ຢາກຮູ້ອັນໃດອີກ ເຊີນຊອກເລີຍ

3.5.58

ພວກເຮົາຢາກເປັນຄູເຝິກ....

ໂດຍການສະໜັບສະໜູນຈາກອົງການ Unicef ແລະ ເພິ່ນເຫັນດີໃຫ້ທີມງານວິທະຍຸໄວໜຸ່ມແຂວງ 
ສາລະວັນ ເປັນເຈົ້າພາບ ຈັດການເຝິກອົບຮົມ ໃນຫົວຂໍ້ “ການເປັນຄູເຝິກນັກຈັດລາຍການວິທະຍຸ” ມື້ອົບຮົມ ໂຕຈິງແມ່ນ ວັນທີ 27 ເມສາ-1 ພຶດສະພາ 2015 ເຊິ່ງຈະມີສຳມະນາກອນຈາກທີມ ງານວິທະຍຸໄວໜຸ່ມແຂວງ: ສາລະວັນ, ວຽງຈັນ, ບໍລິຄຳໄຊ, ສະຫວັນນະ ເຂດ,ຈຳປາສັກ, ເຊກອງ,ນະຄອນຫລວງວຽງຈັນ ແລະ ນັກຂ່າວຈາກ 8 ເມືອງ ຂອງແຂວງສາລະວັນເຂົ້າຮ່ວມນຳອີກ
ການອົບຮົມຄັ້ງນີ້ໄດ້ຮັບການຕ້ອນຮັບຈາກ ທ່ານ ມະໄລວອນ ສີປະເສີດ ຮອງຫົວໜ້າພະແນກ ຖ.ວ.ທ ແຂວງສາລະວັນ ຜູ້ຊີ້ນຳວຽກງານຖະແຫລງຂ່າວ..ເຊິ່ງເພິ່ນເອງ ແມ່ນດີໃຈ ທີ່ ທາງ ວິທະຍຸ ກະຈາຍສຽງແຫ່ງຊາດລາວ ກໍຄືໂຄງການ ວິທະຍຸໄວໜຸ່ມ ໃຫ້ໄດ້ໂອກາດນັກຂ່າວເມືອງໄດ້ເຂົ້າ ຮ່ວມ ອົບຮົມຄັ້ງນີ້ ເຊິ່ງທາງແຂວງພະຍາຍາມຈະສ້າງນັກຂ່າວເມືອງ ແຕ່ບໍ່ມີງົບ ໃນການຈັດການອົບຮົມ ຈຶ່ງໄດ້ຂໍຮ້ອງຜ່ານໂຄງການວິທະຍຸໄວໜຸ່ມ ເພື່ອຂໍຄວາມຊ່ວຍເຫລືອໃຫ້ນັກຂ່າວເມືອງ ໄດ້ເຂົ້າຮ່ວມ ອົບຮົມເພື່ອ ສ້າງຄວາມສາມາດທີ່ເປັນລະບົບພື້ນຖານກ່ຽກັບຂ່າວແກ່ນັກຂ່າວເມືອງ.
ທ່ານ ສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ໃຫ້ຄວາມເຫັນແກ່ ການອົບ ຮົມນີ້ວ່າ: ມັນຈະມີປະໂຫຍດບໍ່ສະເພາະແຕ່ໄວໜຸ່ມ ແຕ່ມັນເປັນ ການສ້າງທັກສະ, ສ້າງຄວາມສາມາດໃຫ້ທັງໄວໜຸ່ມ ແລະ ພະນັການລັດທີ່ເຮັດວຽກ ກ່ຽວກັບຂ່າວ ໂດຍສະເພາະພະນັກງານຂ່າວລະດັບເມືອງ ທີ່ບໍ່ໄດ້ມີໂອກາດໃນການເຝິກອົບຮົມ ໃຫ້ເຂົ້າໃຈກ່ຽວກັບວຽກງານ ຂ່າວຫລາຍຂຶ້ນ
ພ້ອມນີ້ ທ່ານ ສັງຂານ ຈູມຄຳພັນ ຍັງໄດ້ຂຶ້ນຫ້ອງສອນເປັນພິເສດສຳລັບວຽກງານຂ່າວ, ການສຳພາດ ແລະ ການໃຊ້ ພາສາໃນບົດ-ຂ່າວ ໂດຍສະເພາະແມ່ນເປົ້າໝາຍນັກຂ່າວເມືອງທີ່ ເຂົ້າຮ່ວມການອົບຮົມ ແລະ ວຽກງານການລາຍ ງານຂ່າວໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ.
 ທ.ຄຳຜ່ອນ ໄຊອຸດົມ ແລະ ທ.ຕະບອງເພັດ ໄດ້ແນະນຳວິທີການຖ່າຍທອດຄວາມຮູ້ໃຫ້ຄົນອື່ນໃນສິ່ງທີ່ເຮົາ ໄດ້ຮຽນມາ ໃນບົດທີ່ມີຫົວຂໍ້ກ່ຽວກັບການເປັນຄູເຝິກເຊັ່ນ: ເຮົາຈະເປັນຄູສອນໄດ້ແນວໃດ ? ຄຸນສົມບັດ ແລະ ຄວາມສາມາດ ຂອງຄູທີ່ຄວນມີຫຍັງແດ່ ? ເປົ້າໝາຍ-ຈຸດປະສົງຂອງການສອນ ແລະ 5 ວິທີການສອນທີ່ນຳມາເຊິ່ງຄວາມຮູ້ເປັນຕົ້ນ
ນອກນີ້ ຍັງໄດ້ແນະນຳກ່ຽວກັບການວາງແຜນການໄປເອົາຂ່າວ ແລະ ການຜລິດລາຍການ ໃນພາກປະຕິບັດໂຕຈິງ, ການແນະນຳກ່ຽວກັບການເຮັດວຽກເປັນທີມງານ(ບົດບາດຂອງທີມງານ), ການຕັດຕໍ່ສຽງລາຍການ ແລະ ແນະນຳ ລັກສະນະການອອກຂ່າວທີ່ດີຜ່ານລະບົບອິນເຕີເນັທ ນຳອີກ.
ນອກຈາກພາກທິດສະດີແລ້ວ ຍັງມີການລົງສຳພາດຕົວຈິງໃນຊຸມຊົນອີກ
ຢາກຮູ້ຕິດຕາມໄດ້
ກົດບ່ອນນີ້ໄວໆ

ไม่มีความคิดเห็น:

แสดงความคิดเห็น