ຢາກຮູ້ອັນໃດອີກ ເຊີນຊອກເລີຍ

18.8.62

ສື່ໄວໜຸ່ມແຂວງພາກເໜືອ ໄດ້ຮັບການຝຶກອົບຮົມການໂຄສະນາສົນທິສັນຍາວ່າດ້ວຍສິດທິເດັກ

“ສື່ໄວໜຸ່ມ ບັນດາແຂວງພາກເໜືອ ໄດ້ຮັບການຝຶກອົບຮົມ
ການໂຄສະນາສົນທິສັນຍາ ວ່າດ້ວຍສິດທິເດັກ”
ຊຸດຝືກອົບຮົມຄູຝຶກ ການໂຄສະນາສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສື່ສັງຄົມອອນລາຍ ໃຫ້ແກ່ສື່ໄວໜຸ່ມ ບັນດາແຂວງພາກເໜືອ ໄດ້ໄຂຂຶ້ນໃນວັນທີ່ 29 ກໍລະກົດ 2019 ທີ່ຫ້ອງປະຊຸມ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ໂດຍມີທ່ານ ພອນສະຫັວນ ພັນທະວິຈິດ ຄະນະປະຈຳພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງອຸດົມໄຊ, ທ່ານ ສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ມີທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານສື່ສານມວນຊົນອົງການ UNICEF ປະຈຳລາວ, ພ້ອມດ້ວຍຄະນະຄູຝຶກ ແລະ ນັກຈັດລາຍການໄວໜຸ່ມຈາກແຂວງພາກເໜືອ ເຂົ້າຮ່ວມ 50 ກ່ວາຄົນ.
ນອກຈາກການຝຶກອົບຮົມຄູຝຶກແລ້ວ ຍັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງໂຄງການ “ສື່ໄວໜຸ່ມ” ຄົບຮອບ 15 ປີ ເຊິ່ງແຂວງອຸດົມໄຊ ເປັນແຂວງລິເລີ່ມຂອງໂຄງການດັ່ງກ່າວ. ຊຸດຝືກອົບຮົມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 3 ວັນ ເຊິ່ງສຳມະນາກອນໄດ້ຮຽນກ່ຽວກັບ ຄວາມເປັນມາຂອງສົນທິ ສັນຍາວ່າດ້ວຍສິດທິເດັກ, ສິດທິພື້ນຖານຂອງເດັກທີ່ຄວນໄດ້ຮັບຮູ້, ຄວາມຄືບໜ້າ ແລະ ຄວາມທ້າທາຍຂອງການປະຕິບັດ ສົນທິສັນຍາ ວ່າດ້ວຍສິດທິເດັກໃນ ສປປ ລາວ ພ້ອມດຽວກັນນີ້ສຳມະນາກອນຍັງໄດ້ຮຽນຮູ້ວິທີການໂຄສະນາ CRC@30 ຜ່ານສື່ສັງຄົມອອນລາຍ ແລະ ຮຽນຮູ້ວິທີການວາງແຜນທີ່ຈຳເປັນສຳລັບຄູຝຶກ ເພື່ອສືບຕໍ່ຝຶກສອນໃຫ້ນັກຈັດລາຍການວິທະຍຸໄວໜຸ່ມໃນທີມງານແຂວງຂອງຕົນໃຫ້ມີຄຸນນະພາບຕໍ່ໄປ. 
....ຂອບໃຈທີ່ອ່ານ.....