ຢາກຮູ້ອັນໃດອີກ ເຊີນຊອກເລີຍ

11.8.55

ການສະແດງສິນລະປະຮັບໃຊ້ຊຸມຊົນ ຂອງທີມງານວິທະຍຸໄວໜຸ່ມແຂວງຫົວພັນ

ທີມງານວິທະຍຸໄວໜຸ່ມແຂວງຫົວພັນ ໄດ້ສະແດງສີລປະຮັບໃຊ້ມວນຊົນທີ່ເມືອງວຽງໄຊ ແຂວງຫົວພັນ ໃນວັນທີ ໑໑ ສິງຫາ ໒໐໑໒(ສະໂມສອນເມືອງວຽງໄຊ) ໂດຍສົມທົບກັບທີມງານຂອງສູນວັດທະນະທຳເດັກເມືອງວຽງໄຊ
 ທ່ານສຸບັນ ຫລວງລາດ ຫົວໜ້າສູນວັດທະນະເດັກສູນກາງກໍໄດ້ເຂົ້າຮ່ວມຊົມການສະແດງ
ເບິ່ງພາບການເຄື່ອນໄຫວເພີ່ມເຕີມໄດ້ທີ່ນີ້

7.3.55

ຄວາມເປັນມາຂອງວັນແມ່ຍິງສາກົນ


ຄວາມເປັນມາຂອງວັນແມ່ຍິງສາກົນ
....ແມ່ຍິງໃນໂຮງງານຕໍ່າແຜ່ນ ທີ່ລັດນິວຢອກ ປະເທດສະຫະລັດອາເມຣິກາ ລຸກຮື້ຂຶ້ນ ເພື່ອປະທ້ວງເຈົ້າຂອງ ໂຮງງານ ໃຫ້ເພີ່ມຄ່າແຮງງານ ແລະ ຮຽກຮ້ອງເອົາສິດຂອງຕົນເອງ ຈົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 199 ຄົນ ຍ້ອນ ມີຄົນມາລັກຈູດໂຮງງານທີ່ພວກເຂົາເຈົ້າ ກຳລັງຊຸມນຸມປະທ້ວງຢູ່. ເຫດການນີ້ເກີດຂຶ້ນເມືອວັນ ທີ 8 ມີນາ ຄ.ສ 1857.

ປີ ຄ.ສ 1907 ກຳມະກອນເພດຍິງ ໃນໂຮງງານຕໍ່າແຜນ ທີ່ເມືອງຊີກາໂກ ສະຫະລັດອາເມຣິກາ ກໍລຸກຮື້ຂຶ້ນ ເພື່ອປະທ້ວງເຈົ້າຂອງໂຮງງານທີ່ເອົາລັດເອົາປຽບກຳມະກອນເພດຍິງ ເກີນໄປ,ໄລຍະນັ້ນ ກຳມະກອນເພດຍິງ ຕ້ອງເຮັດວຽກໜັກມື້ໜຶ່ງປະມານ 16-17 ຊົ່ວໂມງ ໂດຍບໍ່ມີມື້ພັກ ແລະ ບໍ່ມີສະຫວັດດິການໃດໆ ອັນເປັນສາເຫດ ເຮັດໃຫ້ສຸຂະພາບເຂົາເຈົ້າຊຸດໂຊມ ລົ້ມປ່ວຍ ແລະ ເສຍຊີວິດຢ່າງໄວວາ ແຕ່ຄ່າແຮງງານພັດໄດ້ໜ້ອຍກວ່າ ກຳມະກອນເພດຊາຍ ແລະ ຫາກມີກຳມະກອນຍິງຄົນໃດຖືພາກໍຈະຖືກໄລ່ອອກ.

ດ້ວຍເຫດຜົນຫລາຍປະການທີ່ເປັນສິ່ງກົດໜ່ວງຄວາມກ້າວໜ້າຂອງແມ່ຍິງ ຈຶ່ງເຮັດໃຫ້ “ນາງ ຄລາຣ່າ ເຊທຄິນ” ເຊິ່ງເປັນນັການເມືອງຄົນໜຶ່ງຂອງເຢຍລະມັນທີ່ຍຶດຖືແນວທາງສັງຄົມນິຍົມ ໄດ້ຕັດສິນໃຈປຸກລະດົມບັນດາ ກຳມະກອນເພດຍິງດ້ວຍການ“ນັດຢຸດງານ” ໃນວັນທີ 8 ມີນາ ຄ.ສ 1907 ພ້ອມຮຽກຮ້ອງໃຫ້ນາຍຈ້າງຫລຸດ ເວລາເຮັດວຽກລົງໃຫ້ເຫລືອວັນລະ 8 ຊົ່ວໂມງ ພ້ອມທັງສະ ເໜີໃຫ້ມີສະຫວັດດິການທຸກຢ່າງ ແລະ ໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງນຳອີກ.

ການຮຽກຮ້ອງສິດໃນຄັ້ງນັ້ນບໍ່ປະສົບຜົນສຳເລັດ ເນື່ອງຈາກວ່າ ມີກຳມະກອນເພດຍິງຫລາຍຮ້ອຍ ຄົນຖືກຈັບກຸມ ແຕ່ເຫດການລຸກຂຶ້ນຮຽກຮ້ອງສິດຂອງເພດຍິງ ຄັ້ງນັ້ນ ໄດ້ເຮັດໃຫ້ແມ່ຍິງທົ່ວໂລກ ສັນລະເສີນ ແລະ ສະໜັບ ສະໜູນແນວຄິດ ແລະ ການກະທຳຂອງ “ນາງ ຄລາຣ່າ ເຊທຄິນ” ແລະ ເປັນການຈຸດປະກາຍໃຫ້ ແມ່ຍິງທົ່ວໂລກເຫັນໄດ້ເຖິງຄວາມສຳຄັນແຫ່ງສິດຂອງຕົນເອງ.

ມາເຖິງ ວັນທີ 8 ມີນາ ຄ.ສ 1908 ມີກຳມະກອນເພດຍິງຫລາຍກ່ວາ 1.500 ຄົນ ໄດ້ຮ່ວມກັນເດີນ ຂະບວນປະທ້ວງທີ່ນະຄອນ ນິວຢອກ ສະຫະລັດອາເມຣິກາ ພາຍໃຕ້ຄຳຂວັນ: “ເຂົ້າໜົມປັງກັບດອກກຸຫລາບ” ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍກັບຄຸນ ນະພາບຊີວິດທີ່ດີ ແລະໄດ້ຮຽກຮ້ອງໃຫ້ຢຸດຕິການ ໃຊ້ແຮງງານເດັກ.

ວັນທີ 8 ມີນາ ຄ.ສ 1910 ຄວາມພະຍາຍາມຂອງກຳມະກອນເພດຍິງກໍໄດ້ປະສົບຜົນສຳເລັດ ເມື່ອມີຕົວແທນເພດຍິງຈາກ 17 ປະເທດ ເຂົ້າຮ່ວມປະຊຸມສະມັດຊາແມ່ຍິງສັງຄົມນິຍົມຄັ້ງທີ II ທີ່ ເມືອງໂກເປັນແຮັກ ປະເທດເດນມາກ. ໃນກອງປະຊຸມໄດ້ມີມະຕິຮັບ ຮອງເອົາຄຳຮຽກຮ້ອງຂອງ ບັນດາ ກຳມະກອນເພດຍິງດ້ວຍລະບົບສາມແປດ(3/8) ຄື:
- ໃຫ້ຫລຸດເວລາເຮັດວຽກລົງເຫລືອມື້ລະ 8 ຊົ່ວໂມງ.
- ໃຫ້ເພດຍິງມີເວລາສຶກສາຮໍ່າຮຽນມື້ລະ 8 ຊົ່ວໂມງ ແລະ
- ໃຫ້ເພດຍິງມີເວລາພັກຜ່ອນມື້ລະ 8 ຊົ່ວໂມງ.

ນອກນີ້ແລ້ວຍັງໄດ້ປັບປຸງຄ່າແຮງງານຂອງເພດຍິງໃຫ້ເທົ່າທຽມກັບເພດຊາຍ ແລະ ມີສະຫວັດດິການ ສັງຄົມຄວບຄຸມທັງເພດຍິງ ແລະ ຜູ້ອອກແຮງງານເດັກນຳອີກ.
ສະແດງວ່າກອງປະຊຸມຄັ້ງນີ້ໄດ້ຮອງຮັບຂໍ້ສະເໜີຂອງ“ນາງ ຄລາຣ່າ ເຊທຄິນ” ແລະ
ໄດ້ກຳນົດເອົາວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນ.

21.2.55

ຊຸດອົບຮົມການພັດທະນາສື່ໂຄສະນາ....

ທີມງານວິທະຍຸ-ໂທລະພາບ “ລາຍການເປີດໃຈໄວໜຸ່ມ” ແມ່ນສ່ວນໜຶ່ງທີ່ໄດ້ເຂົ້າຮ່ວມຊຸດອົບຮົມຍົກລະດັບຄຸນນະພາບ
ການ ຜລິດສື່ໂຄສະນາສຳລັບການພັດທະນາເດັກກ່ອນໄວຮຽນ....
ການອົບຮົມນີ້ ພາຍໃຕ້ການເປັນປະທານຂອງທ່ານ ສະຫວັນຄອນ ຣາຊະມົນຕຣີ ລັດຖະມຸນຕີຊ່ວຍວ່າວ່າການກະຊວງຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍພະນັກງານຂັ້ນສູງຂອງລັດຖະບານ ແລະ ອົງການ Unicef ອີກຫລາຍທ່ານ.
 ທີມງານຈາກແຂວງຫລວງພະບາງ ນຳໂດຍທ່ານ ແສງແກ້ວ ປະເສີດກຸນ, ພຸດທະກອນ ມະຕິລາ ແລະ ປານີ ວິໄລຈິດ....
 ດວງດາລາ ຂັນທະວົງ(ນົກອ້ຽງ) ກໍແມ່ນໜຶ່ງທີ່ໄດ້ເຂົ້າຮ່ວມ
 ແຮບປີ້ ສີສົມພອນ Happy
 ສຸນິຕາ ພິມມະສອນ ຫລື ຕ້າຕ້າ ເຖິງວ່າຈະເປັນຜູ້ອ່ານຂ່າວທາງ ສທລ ແລ້ວກໍຕາມ ແຕ່ກໍຖືວ່າ ເປັນໜຶ່ງໃນທີມງານວິທະຍຸໄວໜຸ່ມຫລຸ້ນບຸກເບີກ....ນອກນີ້ຍັງມີອີກຫລາຍໆຄົນ
 ຊຸດອົບຮົມນີ້ ຈະໄດ້ຮຽນຮູ້ກ່ຽວກັບການຜລິດສື່ທີ່ມີຄຸນນະພາບເປັນຕົ້ນແມ່ນສື່ທີ່ເປັນ Poster ແຜ່ນພັບ, ວິທະຍຸ, ໂທລະພາບ....

 ທ.ຄຳຜ່ອນ ໄຊອຸດົມ ຜູ້ຮັບຜິດຊອບໂຄງການວິທະຍຸໄວໜຸ່ມ
ໃຫ້ຂໍ້ມູນກ່ຽວກັບສື່ໂຄສະນາ ສຳລັບເດັກ-ໄວໜຸ່ມ ແກ່ຜູ້ເຂົ້າຮ່ວມອົບຮົມ
(ຢ່າລືມຕິດຕາມຄວາມຄືບໜ້າຂອງການອົບຮົມພວກເຮົາເດີ້)

4.2.55

Youth radio Audience research 2011

ທ້າຍປີ ໒໐໑໑ ອົງການ Unicef ໄດ້ວ່າຈ້າງບໍລິສັດ Synesis ທຳການສຳຫລວດການຟັງລາຍການ ວິທະຍຸ“ ເປີດໃຈໄວໜຸ່ມ ຫລື OpenHearts OpenAirwaves” ເຊິ່ງດຳເນີນການສຳຫລວດຢູ່ ແຂວງອຸດົມໄຊ, ຫລວງພະບາງ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ສາລະວັນ ເພື່ອຈະນຳເອົາຜົນການສຳຫລວດດັ່ງກ່າວມາປັບປຸງທີມງານ ແລະ ລາຍການ “ເປີດໃຈໄວໜຸ່ມ ເຊິ່ງນຳເນີນຢູ່ ໑໓ ສະຖານີ ແລະ ອາດເພີ່ມເປັນ ໑໖ ສະຖານີໃນປີ ໒໐໑໒ ຜົນສຳຫລວດສ່ວນໜຶ່ງມີດັ່ງນີ້:











ຜົນສຳຫລວດຍັງໄດ້ແນະນຳຫລາຍບັນຫາທີ່ຄວນປັບປຸງ ເຊິ່ງຈະຊ່ວຍເຮັດໃຫ້ການດຳເນີນ ກິດຈະກຳວິທະຍຸໄວໜຸ່ມໃຫ້ດຳເນີນໄປໄດ້ດີ ເຊິ່ງພວກເຮົາບໍ່ສາມາດຈະນຳມາລົງໄວ້ໃນນີ້ໄດ້
(ຄວາມຍາວປະມານ ໘໐ ໜ້າ A4 )
(ຂອບໃຈຫລາຍໆໃນການຕິດຕາມ ແລະ ຊ່ວຍເຫລືອພວກເຮົາ)

2.2.55

Valentine for Youth radio tean

ສະມາຊິກໄວໜຸ່ມ... ໂດຍສະເພາະ“ນັກຈັດລາຍການເປີດໃຈໄວໜຸ່ມ” ໂຄງການວິທະຍຸໄວໜຸ່ມ.....ເນື່ອງໃນວັນແຫ່ງຄວາມຮັກທີ່ຈະມາ ຮອດມາເຖິງນີ້ ທ່ານ ສີພາ ນົງລາດ ຄະນະພັກກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜູ້ອຳນວຍການໃຫຍ່ວິທະຍຸ ກະຈາຍສຽງແຫ່ງ ຊາດລາວ ທັງເປັນຜູ້ຊີ້ນຳໂຄງການ ວິທະຍຸໄວໜຸ່ມ ທົ່ວປະເທດ ໄດ້ໃຫ້ຄຳແນະນຳແກ່ພວກ ເຮົາດັ່ງນີ້: