ຢາກຮູ້ອັນໃດອີກ ເຊີນຊອກເລີຍ

9.10.54

Review Meeting of youth radio team

ກອງປະຊຸມທົບທວນຄືນການປະຕິບັດກິດຈະກຳ
ຂອງທີມງານວິທະຍຸໄວໜຸ່ມທີ່ດຳເນີນໃນ ໑໒ ແຂວງ ໄດ້ມີຂຶ້ນໃນມື້ວັນທີ ໖-໗ ຕຸລາ ໒໐໑໑
ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງບໍລິຄຳໄຊ.
ໂດຍການເຂົ້າຮ່ວມຂອງທ່ານ ບຸນເລື່ອນ ບຸບຜາ ຮອງຫົວໜ້າຫ້ອງການກະຊວງ ຖວທ, ທ່ານ ສີພາ ນົງລາດ ຄະນະພັກກະຊວງ ຖວທ-ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ Marc  ຫົວໜ້າພະແນກສື່ສານມວນຊົນ CPAC -Unicef ນອກນັ້ນຍັງມີຫົວໜ້າກົມ, ຫົວໜ້າ , ຮອງພະແນກ ຖວທ(ຖະແຫລງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ)໑໕ ແຂວງເຂົ້າຮ່ວມ.
ແລະ ມີຕົວແທນຂອງທີມງານວິທະຍຸໄວໜຸ່ມ “ລາຍການເປີດໃຈໄວໜຸ່ມ” ຈາກ ໑໒ ແຂວງເຂົ້າຮ່ວມ ເພື່ອລາຍງານຄວາມຄືບໜ້າ, ບັນຫາ ແລະ ອຸປສັກ ຫລື ສິ່ງທ້າທາຍ ເພື່ອປຶກສາຫາວິທີແກ້ໄຂ
ນັກຈັດລາຍການວິທະຍຸໄວໜຸ່ມ “ນົກອ້ຽງ” ຕົວແທນຈາກ ທີມງານ ວິທະຍຸແຫ່ງຊາດ ແລະ “ແມັກ”ຕົວແທນຈາກທີມງານ ວິທະຍຸແຂວງບໍລິຄຳໄຊ ໄດ້ຮັບກຽດເປັນຕົວແທນທີມງານທັງ ໝົດ ລາຍງານການປະຕິບັດກິດຈະກຳ.
ນ້ອງໆຈາກຫລາຍແຂວງ ໄດ້ສະແດງທັດສະນະຂອງຕົນເອງ ໃນການປັບປຸງລາຍການ
ໃນການປັບປຸງລາຍການນີ້ ຕ່າງກໍມີຄວາມຄິດເຫັນທີ່ແຕກຕ່າງກັນ ເຊິ່ງຫລາຍຄວາມຄິດເຫັນ ເປັນເລື່ອງໃໝ່ໆ ທີ່ທີມງານຍັງບໍ່ທັນໄດ້ນຳໃຊ້ໃນການຈັດລາຍການມາກ່ອນ.
ສຸດຄິດສຸດລິດສຸເດດ ແຕ່ລະຄົນຕ່າງກໍມຸ່ງໝາຍຢາກໃຫ້ລາຍການຂອງຕົນມີສີສັນເພື່ອດຶງໃຈຜູ້ຟັງ
ສຳລັບຮຸ່ນນ້ອງທີ່ບໍ່ມີປະສົບການຫລາຍກໍຕັ້ງໃຈຟັງ
ທັງຟັງ ທັງອົມຍິ້ມ ແຕ່ບໍ່ຮູ້ວ່າໃນໃຈຄິດກ່ຽວກັບເລື່ອງດຽວກັນຫລືບໍ່ລະ
ຖ້າຢາກເບິ່ງພາບເພີ່ມເຕີມກົດບ່ອນີ້ເລີຍເດີ້..ໄວໆ
ມະຕິຂອງກອງປະຊຸມມີຫຍັງແດ່ນັ້ນ
ຈະສົ່ງໃຫ້ທີມງານແຕ່ລະແຂວງພາຍຫລັງ
ຂອບໃຈທີ່ຕິດຕາມການເຄື່ອນໄຫຂອງພວກເຮົາ