ຢາກຮູ້ອັນໃດອີກ ເຊີນຊອກເລີຍ

7.3.55

ຄວາມເປັນມາຂອງວັນແມ່ຍິງສາກົນ


ຄວາມເປັນມາຂອງວັນແມ່ຍິງສາກົນ
....ແມ່ຍິງໃນໂຮງງານຕໍ່າແຜ່ນ ທີ່ລັດນິວຢອກ ປະເທດສະຫະລັດອາເມຣິກາ ລຸກຮື້ຂຶ້ນ ເພື່ອປະທ້ວງເຈົ້າຂອງ ໂຮງງານ ໃຫ້ເພີ່ມຄ່າແຮງງານ ແລະ ຮຽກຮ້ອງເອົາສິດຂອງຕົນເອງ ຈົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 199 ຄົນ ຍ້ອນ ມີຄົນມາລັກຈູດໂຮງງານທີ່ພວກເຂົາເຈົ້າ ກຳລັງຊຸມນຸມປະທ້ວງຢູ່. ເຫດການນີ້ເກີດຂຶ້ນເມືອວັນ ທີ 8 ມີນາ ຄ.ສ 1857.

ປີ ຄ.ສ 1907 ກຳມະກອນເພດຍິງ ໃນໂຮງງານຕໍ່າແຜນ ທີ່ເມືອງຊີກາໂກ ສະຫະລັດອາເມຣິກາ ກໍລຸກຮື້ຂຶ້ນ ເພື່ອປະທ້ວງເຈົ້າຂອງໂຮງງານທີ່ເອົາລັດເອົາປຽບກຳມະກອນເພດຍິງ ເກີນໄປ,ໄລຍະນັ້ນ ກຳມະກອນເພດຍິງ ຕ້ອງເຮັດວຽກໜັກມື້ໜຶ່ງປະມານ 16-17 ຊົ່ວໂມງ ໂດຍບໍ່ມີມື້ພັກ ແລະ ບໍ່ມີສະຫວັດດິການໃດໆ ອັນເປັນສາເຫດ ເຮັດໃຫ້ສຸຂະພາບເຂົາເຈົ້າຊຸດໂຊມ ລົ້ມປ່ວຍ ແລະ ເສຍຊີວິດຢ່າງໄວວາ ແຕ່ຄ່າແຮງງານພັດໄດ້ໜ້ອຍກວ່າ ກຳມະກອນເພດຊາຍ ແລະ ຫາກມີກຳມະກອນຍິງຄົນໃດຖືພາກໍຈະຖືກໄລ່ອອກ.

ດ້ວຍເຫດຜົນຫລາຍປະການທີ່ເປັນສິ່ງກົດໜ່ວງຄວາມກ້າວໜ້າຂອງແມ່ຍິງ ຈຶ່ງເຮັດໃຫ້ “ນາງ ຄລາຣ່າ ເຊທຄິນ” ເຊິ່ງເປັນນັການເມືອງຄົນໜຶ່ງຂອງເຢຍລະມັນທີ່ຍຶດຖືແນວທາງສັງຄົມນິຍົມ ໄດ້ຕັດສິນໃຈປຸກລະດົມບັນດາ ກຳມະກອນເພດຍິງດ້ວຍການ“ນັດຢຸດງານ” ໃນວັນທີ 8 ມີນາ ຄ.ສ 1907 ພ້ອມຮຽກຮ້ອງໃຫ້ນາຍຈ້າງຫລຸດ ເວລາເຮັດວຽກລົງໃຫ້ເຫລືອວັນລະ 8 ຊົ່ວໂມງ ພ້ອມທັງສະ ເໜີໃຫ້ມີສະຫວັດດິການທຸກຢ່າງ ແລະ ໃຫ້ແມ່ຍິງມີສິດອອກສຽງເລືອກຕັ້ງນຳອີກ.

ການຮຽກຮ້ອງສິດໃນຄັ້ງນັ້ນບໍ່ປະສົບຜົນສຳເລັດ ເນື່ອງຈາກວ່າ ມີກຳມະກອນເພດຍິງຫລາຍຮ້ອຍ ຄົນຖືກຈັບກຸມ ແຕ່ເຫດການລຸກຂຶ້ນຮຽກຮ້ອງສິດຂອງເພດຍິງ ຄັ້ງນັ້ນ ໄດ້ເຮັດໃຫ້ແມ່ຍິງທົ່ວໂລກ ສັນລະເສີນ ແລະ ສະໜັບ ສະໜູນແນວຄິດ ແລະ ການກະທຳຂອງ “ນາງ ຄລາຣ່າ ເຊທຄິນ” ແລະ ເປັນການຈຸດປະກາຍໃຫ້ ແມ່ຍິງທົ່ວໂລກເຫັນໄດ້ເຖິງຄວາມສຳຄັນແຫ່ງສິດຂອງຕົນເອງ.

ມາເຖິງ ວັນທີ 8 ມີນາ ຄ.ສ 1908 ມີກຳມະກອນເພດຍິງຫລາຍກ່ວາ 1.500 ຄົນ ໄດ້ຮ່ວມກັນເດີນ ຂະບວນປະທ້ວງທີ່ນະຄອນ ນິວຢອກ ສະຫະລັດອາເມຣິກາ ພາຍໃຕ້ຄຳຂວັນ: “ເຂົ້າໜົມປັງກັບດອກກຸຫລາບ” ເຊິ່ງໝາຍເຖິງການໄດ້ຮັບອາຫານທີ່ພຽງພໍກັບຄຸນ ນະພາບຊີວິດທີ່ດີ ແລະໄດ້ຮຽກຮ້ອງໃຫ້ຢຸດຕິການ ໃຊ້ແຮງງານເດັກ.

ວັນທີ 8 ມີນາ ຄ.ສ 1910 ຄວາມພະຍາຍາມຂອງກຳມະກອນເພດຍິງກໍໄດ້ປະສົບຜົນສຳເລັດ ເມື່ອມີຕົວແທນເພດຍິງຈາກ 17 ປະເທດ ເຂົ້າຮ່ວມປະຊຸມສະມັດຊາແມ່ຍິງສັງຄົມນິຍົມຄັ້ງທີ II ທີ່ ເມືອງໂກເປັນແຮັກ ປະເທດເດນມາກ. ໃນກອງປະຊຸມໄດ້ມີມະຕິຮັບ ຮອງເອົາຄຳຮຽກຮ້ອງຂອງ ບັນດາ ກຳມະກອນເພດຍິງດ້ວຍລະບົບສາມແປດ(3/8) ຄື:
- ໃຫ້ຫລຸດເວລາເຮັດວຽກລົງເຫລືອມື້ລະ 8 ຊົ່ວໂມງ.
- ໃຫ້ເພດຍິງມີເວລາສຶກສາຮໍ່າຮຽນມື້ລະ 8 ຊົ່ວໂມງ ແລະ
- ໃຫ້ເພດຍິງມີເວລາພັກຜ່ອນມື້ລະ 8 ຊົ່ວໂມງ.

ນອກນີ້ແລ້ວຍັງໄດ້ປັບປຸງຄ່າແຮງງານຂອງເພດຍິງໃຫ້ເທົ່າທຽມກັບເພດຊາຍ ແລະ ມີສະຫວັດດິການ ສັງຄົມຄວບຄຸມທັງເພດຍິງ ແລະ ຜູ້ອອກແຮງງານເດັກນຳອີກ.
ສະແດງວ່າກອງປະຊຸມຄັ້ງນີ້ໄດ້ຮອງຮັບຂໍ້ສະເໜີຂອງ“ນາງ ຄລາຣ່າ ເຊທຄິນ” ແລະ
ໄດ້ກຳນົດເອົາວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນ.