ຢາກຮູ້ອັນໃດອີກ ເຊີນຊອກເລີຍ

3.5.58

ເມື່ອເຖິງເວລາຕ້ອງລົງຕົວຈິງ....

ກ່ອນອອກສູ່ສະໜາມການເຝິກສຳພາດຈິງໃນຊຸມຊົນ
ຫລັງຈາກທີ່ມີການຮຽນຮູ້ພາກທິດສະດີແລ້ວ ນັກຮຽນຕ້ອງໄດ້ລົງເຝິກຫັດໂຕຈິງ ດ້ວຍການສຳພາດ ເກັບກຳຂໍ້ມູນ ເພື່ອນຳມາຂຽນເປັນຂ່າວ, ບົດ ແລະ ລະຄອນ ເພື່ອປະກອບລາຍການຂອງຕົນເອງ ໂດຍມີການແບ່ງກຸ່ມເປັນຫລາຍກຸ່ມ....
ທີມງານ ມາຂໍຂໍ້ມູນເບື້ອງຕົ້ນທີ່ສະໂມສອນບ້ານ ກ່ອນແຍກຍ້າຍສູ່ເປົ້າໝາຍຂອງຕົນເອງ
ບ້ານສະໂປນ ເປັນບ້ານເປົ້າໝາຍທີ່ທີມງານເລືອກ ເປັນບ້ານຊົນເຜົ່າຕະລ່ຽງ ເປັນບ້ານທີ່ກ່ອນນີ້ມີບັນຫາ ທາງດ້ານໂພຊະນາການ(ດຽວນີ້ອຸດົມສົມບູນສົມຄວນ) ເປັນບ້ານທີ່ບໍ່ໄກຈາກເທສບານເມືອງສາລະວັນ...
ການສຳພາດເອົາຂໍ້ມູນ ແຕ່ລະກຸ່ມມີຫົວຂໍ ຫລື ເປົ້າໝາຍສະເພາະຂອງໃຜມັນ
ການລົງຊຸມຊົນ ນອກຈາກການໄປເພື່ອສຳພາດແລ້ວ ຍັງແມ່ນເພື່ອການເຝິກເລື່ອງການສະແດງອອກເຖິງມະນຸດສຳພັນ ແລະ ທັງໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງໃນຫົວຂໍ້ໃດໜຶ່ງແກ່ປະຊາຊົນໃນຊຸມຊົນນັ້ນ
....ຍັງມີອີກຫລາຍພາບທີ່ສະແດງເຖິງຄວາມເອົາໃຈໃສ່ຂອງທີມງານ....
ຕິດຕາມຕອນຕໍ່ໄປໄດ້ທີ່ນີ້ ແບບທີ່ວ່າມ່ວນໆ

ພວກເຮົາຢາກເປັນຄູເຝິກ....

ໂດຍການສະໜັບສະໜູນຈາກອົງການ Unicef ແລະ ເພິ່ນເຫັນດີໃຫ້ທີມງານວິທະຍຸໄວໜຸ່ມແຂວງ 
ສາລະວັນ ເປັນເຈົ້າພາບ ຈັດການເຝິກອົບຮົມ ໃນຫົວຂໍ້ “ການເປັນຄູເຝິກນັກຈັດລາຍການວິທະຍຸ” ມື້ອົບຮົມ ໂຕຈິງແມ່ນ ວັນທີ 27 ເມສາ-1 ພຶດສະພາ 2015 ເຊິ່ງຈະມີສຳມະນາກອນຈາກທີມ ງານວິທະຍຸໄວໜຸ່ມແຂວງ: ສາລະວັນ, ວຽງຈັນ, ບໍລິຄຳໄຊ, ສະຫວັນນະ ເຂດ,ຈຳປາສັກ, ເຊກອງ,ນະຄອນຫລວງວຽງຈັນ ແລະ ນັກຂ່າວຈາກ 8 ເມືອງ ຂອງແຂວງສາລະວັນເຂົ້າຮ່ວມນຳອີກ
ການອົບຮົມຄັ້ງນີ້ໄດ້ຮັບການຕ້ອນຮັບຈາກ ທ່ານ ມະໄລວອນ ສີປະເສີດ ຮອງຫົວໜ້າພະແນກ ຖ.ວ.ທ ແຂວງສາລະວັນ ຜູ້ຊີ້ນຳວຽກງານຖະແຫລງຂ່າວ..ເຊິ່ງເພິ່ນເອງ ແມ່ນດີໃຈ ທີ່ ທາງ ວິທະຍຸ ກະຈາຍສຽງແຫ່ງຊາດລາວ ກໍຄືໂຄງການ ວິທະຍຸໄວໜຸ່ມ ໃຫ້ໄດ້ໂອກາດນັກຂ່າວເມືອງໄດ້ເຂົ້າ ຮ່ວມ ອົບຮົມຄັ້ງນີ້ ເຊິ່ງທາງແຂວງພະຍາຍາມຈະສ້າງນັກຂ່າວເມືອງ ແຕ່ບໍ່ມີງົບ ໃນການຈັດການອົບຮົມ ຈຶ່ງໄດ້ຂໍຮ້ອງຜ່ານໂຄງການວິທະຍຸໄວໜຸ່ມ ເພື່ອຂໍຄວາມຊ່ວຍເຫລືອໃຫ້ນັກຂ່າວເມືອງ ໄດ້ເຂົ້າຮ່ວມ ອົບຮົມເພື່ອ ສ້າງຄວາມສາມາດທີ່ເປັນລະບົບພື້ນຖານກ່ຽກັບຂ່າວແກ່ນັກຂ່າວເມືອງ.
ທ່ານ ສັງຂານ ຈູມຄຳພັນ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ໃຫ້ຄວາມເຫັນແກ່ ການອົບ ຮົມນີ້ວ່າ: ມັນຈະມີປະໂຫຍດບໍ່ສະເພາະແຕ່ໄວໜຸ່ມ ແຕ່ມັນເປັນ ການສ້າງທັກສະ, ສ້າງຄວາມສາມາດໃຫ້ທັງໄວໜຸ່ມ ແລະ ພະນັການລັດທີ່ເຮັດວຽກ ກ່ຽວກັບຂ່າວ ໂດຍສະເພາະພະນັກງານຂ່າວລະດັບເມືອງ ທີ່ບໍ່ໄດ້ມີໂອກາດໃນການເຝິກອົບຮົມ ໃຫ້ເຂົ້າໃຈກ່ຽວກັບວຽກງານ ຂ່າວຫລາຍຂຶ້ນ
ພ້ອມນີ້ ທ່ານ ສັງຂານ ຈູມຄຳພັນ ຍັງໄດ້ຂຶ້ນຫ້ອງສອນເປັນພິເສດສຳລັບວຽກງານຂ່າວ, ການສຳພາດ ແລະ ການໃຊ້ ພາສາໃນບົດ-ຂ່າວ ໂດຍສະເພາະແມ່ນເປົ້າໝາຍນັກຂ່າວເມືອງທີ່ ເຂົ້າຮ່ວມການອົບຮົມ ແລະ ວຽກງານການລາຍ ງານຂ່າວໃຫ້ວິທະຍຸກະຈາຍສຽງແຫ່ງຊາດລາວ.
 ທ.ຄຳຜ່ອນ ໄຊອຸດົມ ແລະ ທ.ຕະບອງເພັດ ໄດ້ແນະນຳວິທີການຖ່າຍທອດຄວາມຮູ້ໃຫ້ຄົນອື່ນໃນສິ່ງທີ່ເຮົາ ໄດ້ຮຽນມາ ໃນບົດທີ່ມີຫົວຂໍ້ກ່ຽວກັບການເປັນຄູເຝິກເຊັ່ນ: ເຮົາຈະເປັນຄູສອນໄດ້ແນວໃດ ? ຄຸນສົມບັດ ແລະ ຄວາມສາມາດ ຂອງຄູທີ່ຄວນມີຫຍັງແດ່ ? ເປົ້າໝາຍ-ຈຸດປະສົງຂອງການສອນ ແລະ 5 ວິທີການສອນທີ່ນຳມາເຊິ່ງຄວາມຮູ້ເປັນຕົ້ນ
ນອກນີ້ ຍັງໄດ້ແນະນຳກ່ຽວກັບການວາງແຜນການໄປເອົາຂ່າວ ແລະ ການຜລິດລາຍການ ໃນພາກປະຕິບັດໂຕຈິງ, ການແນະນຳກ່ຽວກັບການເຮັດວຽກເປັນທີມງານ(ບົດບາດຂອງທີມງານ), ການຕັດຕໍ່ສຽງລາຍການ ແລະ ແນະນຳ ລັກສະນະການອອກຂ່າວທີ່ດີຜ່ານລະບົບອິນເຕີເນັທ ນຳອີກ.
ນອກຈາກພາກທິດສະດີແລ້ວ ຍັງມີການລົງສຳພາດຕົວຈິງໃນຊຸມຊົນອີກ
ຢາກຮູ້ຕິດຕາມໄດ້
ກົດບ່ອນນີ້ໄວໆ