ນີ້ເປັນກອນທີ່ຂຽນຂຶ້ນມາອ່ານເພື່ອຄວາມບັນເທີງ
ຢ່າຄິດເປັນອື່ນເດີ້..
( ສົ່ງທ້າຍປີເກົ່າ countdown ປີໃຫມ່ 2012 )
ຂຽນໂດຍ: ຫມໍໂຫນ ຈຳເປັນ
·
ປີເກົ່າ ລາລ່ວງຜ້າຍ ບ່າຍ-ບ່າຍລາລົງ
ປີໃຫມ່ ຫມູນມາແທນ ຖ່າຍແຖມຕາມເລື້ອງ
ປີເກົ່າ ຜົນງານລົ້ນ ປົນເປຍາກຍິ່ງ
ປີໃຫມ່ ມາຮອດແລ້ວ ຫົວຍີ້ມແດ່ເນີ
·
ປີເກົ່າ ກະຕ່າຍເຕັ້ນ ຕູມຕື່ນປົບຕາຍ
ປີໃຫມ່ ມະໂລງງູ ໂດ່ງເທິງຫົວນັ້ນ
ປີເກົ່າ ໂພຍໄພຮ້າຍ ທະເລຫລວງລົ້ນຝັ່ງ
ປີໃຫມ່ ( ຢ້ານວ່າ ) ນ້ຳຖ້ວມຟ້າ ປາເຕັ້ນສວາບດາວ ພຸ້ນແລ້ວ
·
ປີເກົ່າ ລົດອັ່ງແຫນ້ນ ຄຸງຂອບຄາຖະຫນົນ
ປີໃຫມ່ ແສນສາຫັດ ກວ່າຫລັງຫລາຍເທົ້າ
ປີເກົ່າ ເງິນຄຳຫ້ຽນ ຫາຍຫົວຈາງຫລ່າ
ປີໃຫມ່ ນາຍຕື່ມໃຫ້ ພໍກຸ້ມຄ່າເບຍ ທໍ່ນັ້ນແລ້ວ !
·
ປີເກົ່າ ຫມອງຫມົ່ນເສົ້າ ລາງເທື່ອດີໃຈ
ປີໃຫມ່ ກໍເວນຕາຍ ດັ່ງດຽວໂດຍດ້າມ
ປີເກົ່າ ງາມ-ງາມແທ້ ຂຽນຕາເສີມແຕ່ງ
ປີໃຫມ່ ຫນ້າຫ່ຽວແຫ້ງ ເປືອງແປ້ງກວ່າຫລັງ( ອີຕົນຊາດເດ )
·
ປີເກົ່າ ຍາມຍ່າງຍ້າຍ ໄວວ່ອງປານລີງ
ປີໃຫມ່ ຕີງຄາຄຸງ ຈົ່ມໂອຍແລງເຊົ້າ
ປີເກົ່າ ກາຍໃຈແຫນ້ນ ຫັນມັງຍາມຫນຸ່ມ
ປີໃຫມ່ ຄຸມຮ່າງເຈົ້າ ກິນເຂົ້າເພື່ອຍືນ ແດ່ເນີ ( ສາທຸ )
·
ປີເກົ່າ ວຽກໃຫຍ່-ນ້ອຍ ລຸລ່ວງໂດຍດີ
ປີໃຫມ່ ການງານລໍ ອັ່ງມືຄຸງລົ້ນ
ປີເກົ່າ "
ເປີດໃຈ " ນັ້ນ ໂດງດັງ " ໄວຫນຸ່ມ "
ປີໃຫມ່ ແຮ່ງບໍ່ເວົ້າ ຄົນຍ້ອງທົ່ວເມືອງ
·
ປີເກົ່າ ຫລາຍເຂດແຂວງກໍ່ຕັ້ງ ລາຍການເດັ່ນວິທະຍຸ
ເຮົານັ້ນ
ປີໃຫມ່ ຍັງເບັ່ງບານເບີຍສີ ຕື່ມເຕີມໄປຫນ້າ
ປີເກົ່າ ເງິນຄຳຫນ້ອຍ ໃຈຈິງ ບໍ່ຈາງຫລ່າ
ປີໃຫມ່ ຂໍໃຫ້ເຕັມຕ່າຕຶ້ງ ໄຫລເຂົ້າຊູ່ວັນ
ແດ່ທ້ອນ
·
ປີເກົ່າ ຫນາວແນບເນື້ອ ລົມລ່ວງໃຈເຫງົາ
ປີໃຫມ່ ເດົາວ່າຍັງ ກວ່າຫລັງຫລາຍເທົ້າ
ປີເກົ່າ ໃຜຫມອງເສົ້າ ງອຍຄານເຫງົາຫງ່ວມ
ປີໃຫມ່ ໃຫ້ຂ້ຽວຫາຄູ່ຊ້ອນ ຊອນໄວ້ແດ່ເນີ ( ໄດ້ຍິນບໍ່ ? )
·
ປີເກົ່າ ໃຜຕໍ່ຕັ້ງ ສຸມໃສ່ການງານ
ປີໃຫມ່ ຈະເລີນດີ ຮຸ່ງເຮືອງໄກກ້າວ
ປີເກົ່າ ງານຄາຄ້າງ ສະສາງເທທັ່ງ
ປີໃຫມ່ ຜັດອັ່ງແຫນ້ນ ເຕັມຕຶ້ງດັ່ງເດີມ ກະຊ່າງມັນ
·
ປີເກົ່າ ຫຍັບຍ່າງຍ້າຍ
ແປປ່ຽນເປັນໄປ
ປີໃຫມ່ ກໍວົນວົກ ດັ່ງຮອຍກວຽນຮ້າງ
ປີເກົ່າ ແນແນມສູ້ ດຸດັນຟັນຜ່າ
ປີໃຫມ່ ເມົາແຕ່ຄ້ານ ຝັນເຕື້ອງບໍ່ຈະເລີນ ດອກນາ
·
ປີເກົ່າ ໂຫນໄລ່ໄດ້ ຄູນສີ່ຫານສາມ
ປີໃຫມ່ ພະຍາຍາມທົນ ຈຶ່ງດີຄູນຄ້ຳ
ປີເກົ່າ ຢຳເຂັດແທ້ ຄູຄາຍແຫນ້ນອັ່ງ
ປີໃຫມ່ ຄັນບໍ່ຄິ້ວ ຢ່າເອົາເລື້ອງຕໍ່ໂຫນ ແທ້ເນີ.
(ຈົບກ່ອນເດີ້)