ຢາກຮູ້ອັນໃດອີກ ເຊີນຊອກເລີຍ

28.12.54

Top ten world events 2011-10 ເຫດການເດັ່ນຂອງໂລກປະຈຳປີ 2011

໑໐ ເຫດການເດັ່ນຂອງໂລກ ປະຈຳປີ ໒໐໑໑
(ຄັດຈາກການສັງລວມຂອງ ບ.ກ ວິທະຍຸກະຈາຍສຽງແຫ່ງຊາດລາວ)

1/. ເຫດວຸ້ນວາຍທາງການເມືອງແລະສັງຄົມຍູ່ຂົງເຂດອາຟຣິກກາເໜືອແລະຕາເວັນອອກກາງ: ໄດ້ເກີດມີການຊຸມນຸມປະທ້ວງຂອງປະຊາຊົນຈຳນວນຫລາຍ ເຊິ່ງໄດ້ນຳໄປສູ່ການລົ້ມສະລາຍ ຂອງລະບອບການເມືອງ ຫລື ການປ່ຽນຖ່າຍອຳນາດຢູ່ປະເທດຕຸຍນີຊີ, ອີຢິບ ແລະ ເຢເມັນ. ອົງການສົນທິສັນຍາອັດລັງຕິກເໜືອ (ຫລື ນາໂຕ້) ກໍ່ໄດ້ເຂົ້າມາມີສ່ວນຮ່ວມແລະແຊກແຊງຢ່າງເປີດແປນ​ເຂົ້າໃນເຫດການຄັ້ງນີ້ ໂດຍໄດ້ເປີດການບຸກໂຈມຕີທາງອາກາດ ເພື່ອສະໜັບສະໜູນຊ່ວຍເຫລືອຝ່າຍຕໍ່ຕ້ານ ເຊິ່ງເປັນຝ່າຍຂອງສະພາຖ່າຍໂອນອຳນາດແຫ່ງຊາດລີບີ ໃນການໂຄ່ນລົ້ມລະບອບການປົກຄອງຂອງທ່ານ ມົວມາຣ໌ ກັດດາຟີ (Mouammar Kadhafi) ເຊິ່ງໃນທີີ່ສຸດ ກໍ່ຈົບລົງດ້ວຍການສັງຫານ ຜູ້ນຳສູງສຸດຄົນນີ້ ຢ່າງປ່າເຖື່ອນແລະໄຮ້ມະນຸດສະທຳທີ່ສຸດ.


2/. ເຂດການຄ້າເອີຣົບ (ຫລື ເຂດເງິນສະກຸນຢູໂຣ) ໄດ້ຖືກກະທົບຢ່າງໜັກໜ່ວງຈາກວິກິດໜີ້ສິນສາທາລະນະ: ເສດຖະກິດຂອງຫລາຍໆປະເທດຂອງເຂດເງິນສະກຸນຢູໂຣ ຕົກຢູ່ໃນສະພາບຖືກຄອບ ງຳຈາກກ້ອນໜີ້ສິນ ສາທາລະນະອັນມະຫາສານ. ວິກິດການດັ່ງກ່າວໄດ້ນາບຂູ່ຢ່າງຮ້າຍແຮງເຖິງກະທັ້ງການຄົງຕົວຢູ່ຂອງເຂດ ເງິນສະກຸນຢູໂຣດັ່ງກ່າວ ແລະ ໄດ້ສົ່ງຜົນກະທົບທາງລົບຕໍ່ຂະບວນການຟື້ນຟູເສດຖະກິດຂອງໂລກ ຢ່າງຫລີກລ້ຽງບໍ່ໄດ້.


3/. ປະເທດຍີ່ປຸ່ນໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງຈາກໄພພິບັດທາງທຳມະຊາດ ແຜ່ນດິນໄຫວ ແລະ ຊືນາມິ ສອງຄັ້ງຊ້ອນໆກັນຄື: ໃນວັນທີ 11 ມິນາ, ແຜ່ນດິນໄຫວ ​ເຊິ່ງຕາມຕິດໆດ້ວຍ ຊືນາມິ ຄັ້ງຮ້າຍແຮງ ທີ່ສຸດເປັນ ປະຫວັດການ ໄດ້ພັດທຳລາຍຢ່າງໜັກໜ່ວງດິນແດນທາງພາກຕາເວັນອອກສ່ຽງ ເໜືອຂອງປະເທດຍີ່ປຸ່ນ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດແລະຫາຍສາບສູນເຖິງ 30.000 ຄົນ, ແລະ ໄດ້ກໍ່ໃຫ້ເກີດການຮົ່ວໄຫລ ຂອງສານກະມັນຕະພາບລັງສີ ໃນບໍລິເວນສະຖານີຜະລິດໄຟຟ້າຈາກພະລັງ ງານນິວເຄລຍ ຟູກູຊິມາ.


4/. ການພົວພັນອາຊຽນ-ຈີນ: ໄດ້ມີການບັນລຸເຊັນສັນຍາກ່ຽວກັບການປະຕິບັດຢ່າງສົມບູນແບບຖະແຫລງການ ວ່າດ້ວຍ ກົດລະບຽບຫລັກການປະພຶດປະຕິບັດຂອງທຸກຝ່າຍທຸກປະເທດ ໃນຂົງເຂດທະເລຕາເວັນອອກ (ຫລື DOC). ໃນລະຫວ່າງກອງປະຊຸມສຸດຍອດຄັ້ງທີ 19 ຂອງບັນດາປະເທດຂົງເຂດອາຊີຕາເວັນອອກສ່ຽງໄຕ້ (ຫລື ອາຊຽນ) ຊຶ່ງດຳເນີນແຕ່ວັນທີ 17 ຫາ ວັນທີ 19 ພະຈິກຜ່ານມາທີ່ນະຄອນບາລີ, ປະເທດອິນໂດເນເຊຍ, ອາຊຽນ ແລະ ຈີນ ໄດ້ຕົກລົງຮ່ວມກັນໃນການທີ່ຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຕັມທີ່ຖະແຫລງການ DOC ໃນໄລຍະລໍຖ້າ ການສຳເລັດການຮ່າງກົດ ໝາຍວ່າດ້ວຍການເດີນເຮືອບົນທະເລຕາເວັນອອກ (COC) ເພື່ອແກ້ໄຂບັນຫາຂໍ້ຂັດ ແຍ່ງຢູ່ເຂດທະເລຕາເວັນອອກ ໂດຍສັນຕິວິທີ ແລະ ໂດຍໃຫ້ສອດຄ່ອງກັບກົດໝາຍລະຫວ່າງຊາດ.


5/. ຜູ້ນຳ​ການກໍ່​ການ​ຮ້າຍລະດັບໂລກ ອູ​ຊະ​ມະ ບິນ ລາ​ເດັນ (Oussama Ben Laden) ຖືກ​ສັງຫານ: ພາຍຫລັງ​ຖືກ​ຕາມ​ຈັບ​ເປັນ​ໄລຍະ​ເວລາ​ຫລາຍ​ປີ, ​ໃນ​ທີ່​ສຸດ ອຸ​ຊະ​ມະ ບິນ ລາ​ເດັນ, ຜູ້ນຳ​ເຄືອ​ຂ່າຍ ອາລ-​ເກ​ດາ, ທັງ​ເປັນ​ຜູ້​ວາງ​ແຜນ​ບັ້ນ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງ​ວັນ​ທີ 11 ກັນຍາ 2001 ທີ່​ນະຄອນ​ນິວຢອກ, ສະຫະລັດ​ອາ​ເມ​ລິ​ກາ, ​ໄດ້​ຖືກ​ສັງຫານແລ້ວ​ໃນ​ວັນທີ 1 ພຶດສະພາ ​ຜ່ານ​ມາ ​ໂດຍ​ໜ່ວຍກຳລັງ​ຮົບ​ພິ​ເສດ​ຂອງອາ​ເມ​ລິ​ກາ ທີ່​ປະຈຳການ​ທີ່​ປະ​ເທດ​ປາ​ກິດສະຖານ. ການ​ຈູ່​ໂຈມຄັ້ງ​ນີ້ ​ໄດ້ກາຍເປັນເຫດ​ກໍ່​ໃຫ້​ເກີດຮ່ອງ​ຮອຍ​ຄວາມແຕກ​ແຍກ​ໃນ​ສາຍ​ສຳພັນ ຖານພັນທະ​ມິດ​ລະຫວ່າງ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ ປະ​ກິດສະຖານ.

6/. ຂະ​ບວນການ “ຍຶດຄອງ​ຕະຫລາດ​ຫລັກ​ຊັບ ​ເວີນ ສຕຣີດ” (Occupy Wall Street) ​ໄດ້​ແຜ່​ຂະຫຍາຍ​ໄປ​ທົ່ວ: ການ​ໂຮມ​ຊຸມນຸຸມມ​ຄັ້ງ​ໃຫຍ່​ທີ່​ໃສ່​ຊື່ວ່າ “ຍຶດຄອງ​ຕະຫລາດ​ຫລັກ​ຊັບ ​ເວີນ ສຕຣີດ” ​ໄດ້​ເປີດ​ສາກ​ເລີ່​ມຕົ້ນ​ຂຶ້ນ​ໃນ​ວັນ​ທີ 19 ມິ​ນາ 2011 ​ແລະ ​ໄດ້​ແຜ່​ຂະຫຍາຍ​ໄປ​ທົ່ວ​ສະຫະລັດ​ອາ​ເມ​ລິ​ກາ ​ກໍ່ຄື ​ໃນ 951 ຕົວ​ເມືອງ ​ແລະ 82 ປະ​ເທດ ​ແລະ ດິນ​ແດນ​ທົ່ວໂລກ. ຂະ​ບວນການ​ດັ່ງກ່າວ ​ເປັນການສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່ພໍ​ໃຈ​ຂອງ​ປະຊາຊົນ ຕໍ່ໜ້າ​ຄວາມ​ອະ​ຍຸດຕິ​ທຳ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ສັງຄົມ ກໍ່​ຄື ຕໍ່ໜ້າຄວາມບໍ່ໂປ່ງໃສແລະຖືກຕ້ອງຍຸດຕິທຳໃນ​ການ​ແບ່ງປັນແຈກ ຍາຍຢ່າງເທົ່າທຽມແລະ ເໝາະສົມ​ແຫ​ລ່ງຊັບພະຍາກອນ​ອັນອຸດົມຮັ່ງມີຕ່າງໆພາຍໃນ​ຊາດ​.

7/. ​​ໂລກ​ຂອງ​ເຮົາ​ທະລຸ​ຈຳນວນ​ພົນລະ​ເມືອງ​ຜູ້​ທີ 7 ຕື້​ຄົນເປັນທີ່ຮຽບຮ້ອຍ: ​​​ໃນ​ວັນ​ທີ 31ຕຸລາຜ່ານ​ມາ, ໂລກ​ຂອງ​ເຮົາ ໄດ້​ກາຍ​ເປັນ “ເຮືອນ ຫລື ທີ່​ພັກ​ເຊົາ​ລວມ” ຂອງປະຊາຊົນ​ຈຳນວນ 7 ຕື້ ຄົນແລ້ວ. ບັນ​ຫາພົນລະ​ເມືອງ​ລົ້ນ​ໂລກ​ດັ່ງກ່າວນີ້ ​ໄດ້​ກໍ່ໃຫ້​ເກີດ​ບັນຫາ​ທ້າ​ທາຍນາໆປະການທີ່ອາດກະທົບເຖິງ​ສະພາບສິ່ງ​ແວດ​ລ້ອມ, ແລະ ຂະຫຍາຍອັດຕາຄວາມທຸກ​ຍາກ ​ແລະ ຄວາມ​ບໍ່​ໝັ້ນຄົງ​ທາງ​ການ​ເມືອງຂອງໂລກເຮົາໃນຕໍ່ໜ້າ.

8/. ດັດ​ປັບ​ຕົວ​ແບບ​ເສດຖະກິດ​ກູ​ບາ​ໃຫ້​ທັນ​ຍຸກທັນ​ສະ​ໄໝ: ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ຄອມ​ມຸຍນິດ​ກູ​ບາ ​ເຊິ່ງ​ໄດ້​ໄຂ​ຂຶ້ນ​ໃນ​ເດືອນ​ເມສາ​ຜ່ານ​ມາ ​ໄດ້​ເປີດ​ສັກກະ​ລາດ​ໃໝ່​ແຫ່ງ​ພາລະກິດ​ປະຕິວັດ ແລະ ການ​ສ້າງສາ​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ກູ​ບາ ດ້ວຍ​ການ​ຮັບຮອງ​ເອົາ​ນະ​ໂຍບາຍ​ດັດ​ປັບ​ຕົວ​ແບບ​ເສດຖະກິດ​ແຫ່ງ​ຊາດ​ກູ​ບາ​ ໃຫ້​ທັນ​ຍຸກ​ທັນ​ສະ​ໄໝກ່ວາເກົ່າ ລວມທັງການ​ລະດົມ​ຊຸກຍູ້ບັນດາທ່າ​ແຮງ​ທີ່ຫລາກຫລາຍຂອງ​ຂົງເຂດເສດຖະກິດພາກເອກະຊົນ.

9/. ສະຫະລັດ​ອາ​ເມ​ລິ​ກາ​ຢຸດຕິ​ສົງຄາມ​​ອີຣັກ: ປະ​ທານະ​ທິບໍດີ​ອາ​ເມ​ລິ​ກາ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ​ແຈ້ງ​ການໃນ​ວັນ​ທີ 14 ທັນວາຜ່ານ​ມານີ້ ​ເຖິງ​ການ​ຕັດສິນໃຈຢຸດຕິສົງຄາມ​ອາ​ເມ​ລິ​ກາ ທີ່​ ປະ​ເທດ​ອີຣັກ. ຜົນ​ສະຫລຸບ​ຂອງ​ສົງຄາມ​ດັ່ງກ່າວ ​ເຊິ່ງ​ແກ່ຍາວ​ເຖິງ 9 ປີ ​ແລະ ມີ​ທະຫານ​ອາ​ເມ​ລິ​ກາ ​ເສຍ​ຊີວິດ ​ປະມານ 4.500 ຄົນ​ ​ລວມທັງ ຜູ້​ໄດ້​ຮັບ​ບາດ​ເຈັບ​ເຖິງ 30.000 ຄົນ ແລະ ນຳໃຊ້ງົບປະມານສູງເຖິງ​ປະມານ 800 ຕື້ໂດ​ລາ; ນອກຈາກ​ນັ້ນ ຍັງ​ມີ​ຊາວ​ອີຣັກ ປະມານ 100.000 ຄົນທີ່ຖືກ​ຂ້າ​ຕາຍ, ​ແລະ ຄົນ​ໄຮ້​ທີ​ຢູ່​ອາ​ໃສ​ ອີກປະມານ 1,7 ລ້ານ​ຄົນ. ປະ​ເທດ​ອີຣັກ ໃນຍຸກປະຈຸ​ບັນ ຈຶ່ງກາຍ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ຮຸນ​ແຮງ ​ແລະ ​ເຫດ​ກໍ່​ການ​ຮ້າຍສູງທີ່ສຸດຂອງໂລກ.

10/. ຜູ້ນຳ​ສູງສຸດຂອງສປປ ​ເກົາຫລີ ສະຫາຍ ກິມຈົງ​ອິນ ​ເຖິງ​ແກ່​ມໍລະນະ​ກຳ:
​ຜູ້ນຳ​ປະ​ເທດສປປ ​ເກົາຫລີ ​ໄດ້​ເຖິງ​ແກ່ມໍລະນະ​ກຳ​ແລ້ວ​ໃນ​ວັນ​ທີ 17 ທັນວາ ດ້ວຍ​ອາຍຸ 69 ປີ. ອົງການ​ນຳ​ສູງ​ສຸດ​ຂອງ​ປະ​ເທດ ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ຈົ່ງ​ສາມັກຄີ​ເຕົ້າ​ໂຮມ​ກັນ ພາຍ​ໄຕ້​ການ​ຊີ້ນຳນຳພາ​ຂອງ​ຜູ້ນຳ​ຄົນ​ໃໝ່ ສະຫາຍ​ນາຍ​ພົນ ກິມ ຈົງ ​ເອິນ, ​ເຊິ່ງ​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ປ້ອງ​ກັນຊາ​ດ​ແຫ່ງ​ສປປ ​ເກົາຫລີ. ບັນດາ​ທ່ານ​ຜູ້ນຳ​ຂ​ອງຫລາຍໆ​ປະ​ເທດຂອງໂລກ ​ໄດ້​ສົ່ງສານເສົ້າສະຫລົດ​ໃຈ ​ພ້ອມທັງສະ​ແດງ​ຄວາມ​ຄາດ​ຫວັງ​ວ່າ​ຈະໄດ້​ເຫັນ​ຂະ​ບວນການ​ເສີມສ້າງ​ແລະ​ຟື້ນຟູສັນ​ຕິ​ພາບ ຢູ່​​ແຫລມ​ເ​ກົາຫລີ ​ເລີ່​ມຕົ້ນ​ຄືນ​ໃໝ່.


(ສະຫລຸບຂ່າວເດັ່ນປະຈຳປີ ໒໐໑໑ ໄດ້ຈາກ ວິທະຍຸກະຈາຍສຽງແຫ່ງຊາດລາວ)
(ພາບ ໄດ້ຈາກອິນເຕີເນັທ)
ຂອບໃຈທີ່ອ່ານ

ไม่มีความคิดเห็น:

แสดงความคิดเห็น