ຢາກຮູ້ອັນໃດອີກ ເຊີນຊອກເລີຍ

4.8.54

ຊ່ວຍນ້ອງ ປະຄອງເຂົ້າຫ້ອງ....ຈັດລາຍການວິທະຍຸ

ຂ່າວໄດ້ກ່າວເຖິງການຊ່ວຍເຫລືອທີມງານດ້ວຍກັນ
ລະຫວ່າຜູ້ເກົ່າ ແລະ ຜູ້ໃໝ່ ແລະຕໍ່ໄປນີ້ຂໍສະເໜີ ບາງພາບການເຄື່ອນໄຫວຂອງກິດຈະກຳນີ້...

ທ່ານ ຫຸມພັນ ສະແດງຄວາມຂອບໃຈນຳຕົວແທນຂອງອົງການ Unicef-CPAC
ພະນັກງານຜູ້ມີປະສົບການ ຜູ້ຢູ່ເບື້ອງຫລັງຂອງທີມງານວິທະຍຸໄວໜຸ່ມ ແຂວງຫລວງພະບາງ
ຕົວແທນໂຄງການວິທະຍຸໄວໜຸ່ມຈາກ ວສລ ມອບຄອມພິວເຕີໃຫ້ທີມງານວິທະຍຸໄວໜຸ່ມແຂວງຫລວງພະບາງ
ນັກຈັດລາຍການວິທະຍຸໄວໜຸ່ມກຳລັງແລກປ່ຽນປະສົບການນຳກັນ
ລໍຖ້າຈັງຫວະໃນການແລກປ່ຽນປະສົບການ
ອາຈານຈາກ ວສລ - Unicef ໃຫ້ຄວາມຮູ້ເພີ່ມເຕີມດ້ານວິຊາການ
ຜູ້ໃຫຍ່ໃຫ້ກຳລັງໃຈ-ຖ່າຍທອດຕໍ່ນ້ອງໆໆໆໆໆ
ຂອບໃຈຫລາຍໆເດີ້

3.8.54

(ທົດລອງ Post) ລະຄອນເລື່ອງ ຟ້າເອີຍ....ປານໃດໄກ່ຈະຂັນ

1. ທ້າວແຫລ້ ເປັນຄົນຂີ້ດື, ມັກຫລິ້ນເປື້ອນ ແລະ ກິນແຕ່ຫນາກສົ້ມ
2. ທ້າວນ້ອຍ(ເພື່ອນຂອງແຫລ້) ນິໄສຄ້າຍຄືກັນກັບທ້າວແຫລ້
3. ແມ່: ເປັນຄົນສຸຂຸມ ຮອບຄອບ
4. ພໍ່: ເປັນຄົນມັກໂມໂຫ, ເຮັດຫຍັງບໍ່ໄດ້ໃຈມັກໃຈຮ້າຍ
5. ຫມໍ: ເປັນຄົນມີຄວາມຮູ້, ອ່ອນໂຍນ ແລະເວົ້າແບບມີຫລັກຫນັ້ນ

ສາກທີ1

 ນ້ອຍ: ໂອ້ຍ!!!!!!! ເຈັບທ້ອງເດ!!! ປານໃດມຶງຊິອອກຫ້ອງນໍ້າ ບັກແຫລ້?
ແຫລ້: ຫ່າມຶງ ອີກສອງກ້ອນ …..ອື.......(ສຽງເບັ່ງ)
ນ້ອຍໂອ້ຍນໍ້!!!!!! ແລ້ວກູເດຊັ້ນນະ ….
ແຫລ້: ມຶງຊິໄປໃສກະໄປ!ໄປ! ກູຂໍຈອງກ່ອນ
ນ້ອຍ: ເອີ! ເອີ! ກູຊິໄປບ່ອນໃຫມ່ກະໄດ້ ຈັ່ງແມ່ນມຶງເຮັດບາບກູ.....
ເອົາບ່ອນໃດດີຫວາ, ເອີ! ເອົາບ່ອນແຄມນໍ້ານີ້ແຫລະ! ຄົງຊິບໍ່ມີໃຜເຫັນດອກ
.ບໍ່ໄຫວແລ້ວ.....(ອຶ! ມີແຮງເດ້! )
ດົນຕີ
ສາກທີ2

 ພໍ່: ວັນເວລານີ້ກະຈັ່ງແມ່ນຜ່ານໄປໄວໆ ອາກາດກະຮ້ອນໆ ບຶດດຽວຫນຶ່ອງກະຄໍ່າແລ້ວ ຍັງບໍ່ທັນໄດ້ເຮັດຍຫງຊໍ້າ...ໂອ້ຍ! ຈັ່ງແມ່ນຫິວນໍ້າ
ແມ່: ແມ່ນຫຍັງເດ ຜົວສຸດທີ່ເລີບເອີຍ ! ເຈົ້າຄືວ່າມາຈົ່ມປານຜູ້ເຖົ້າແທ້
ພໍ່: ເຈົ້າໄປໃສມາ?(ເວົ້າແບບໃຈຮ້າຍ)
ແມ່: ກະໄປຕັກນໍ້າຢູ່ຫ້ວຍພຸ້ນມາ ບໍ່ເຫັນຂ້ອຍບຶດດຽວບໍ່ວ່າຄິດຮອດແລ້ວ
ພໍ່: ຮີບເອົາມານໍ້າຫັ້ນ! ແຮ່ງຫິວນໍ້າຢູ່ນິ
ແມ່: ເອີ! ເຈົ້າກະໃຫ້ຕົ້ມກ່ອນ ແລ້ວຈິ່ງກິນ
ພໍ່: ບໍ່ຕ້ອງມາຕອກ ມາຕົ້ມຢູ່ນີ້ ໄປ ໄປ ເຈົ້າຊິໄປເຮັດຫຍັງກິນແລງກະໄປ! ໄປ

ບັນຍາຍ: ຫລັງຈາກການຜູ້ເປັນເມຍອວ່າຍຫລັງ ຜູ້ເປັນຜົວກໍຟ້າວຟັ່ງ ຕັກນໍ້ານັ້ນ    ມາດື່ມ ດ້ວຍຄວາມຫິວໂຫຍ ໃນຂະນະດຽວກັນນັ້ນ ລູກຊາຍກໍກັບມາຮອດເຮືອນ
ນ້ອຍ:(ສຽງຫອບ) ພໍ່! ພໍ່ ລູກຂໍກິນແດ່ນໍ້າຫັ້ນນະ
ພໍ່: ເອົາ! ເອົາ! ປາກຍັງບໍ່ທັນແຕະຮອດຈອກຊໍ້າ
ນ້ອຍ: ອ້າວ! ລູກກະເຫັນອີ່ພໍ່ກິນຫວັ່ງກີ້ນີ້ ບໍ່ແມ່ນຫວາ
ພໍ່: ເອີກະກິນ ແຕ່ຍັງບໍ່ທັນຮອດຈອກທີ່ສາມຊໍ້າ
ນ້ອຍ: ເອົາມາ ເອົາມາ ເຮົາແຮ່ງເມື່ອຍນິ ບໍ່ຮູ້ບໍ່ຮ່າງກາຍເຮົາແຮ່ງກຳລັງຂາດນໍ້ານິ
ພໍ່: ໂອະ! ໂອະ! ໂອະ! ຮູ້ຈັກເວົ້າເນາະ ໂຕເທົ່ານີ້ຫນຶ່ງ
ນ້ອຍ: ເອີ! ຊັ້ນຊິໃຫ້ເຮົາວ່າຈັ່ງໃດຊັ້ນ ກະຄືອີ່ພໍ່ຂາດອີ່ແມ່ບໍ່ໄດ້ຫັ້ນແຫລະ
(ດົນຕີ ຫລື ເພັງ ຂາດເຈົ້າບໍ່ໄດ້ )

(ສຽງແອັກເຟັກ..... ເດິກດື່ນທ່ຽງຄືນ )
ສາກທີ3

ບັກນ້ອຍ: ໂອ້ຍ!!!! ຮືໆໆໆໆໆໆໆ ອີ່ພໍ່! ອີ່ແມ່! ລູກເຈັບທ້ອງ ແມ່! ແມ່ຢູ່ໃສ?       ລູກເຈັບທ້ອງ!!!!
ແມ່: ເຈັບຫລາຍບໍ່ລູກ ລູກເປັນຈັ່ງໃດນ້ອຍ ມາ!ມາ! ມາໃຫ້ແມ່ເບິ່ງດຸ
ພໍ່: ແມ່ບັກນ້ອຍເອີຍເຈົ້າຢູ່ໃສ ຂ້ອຍຄືມາເຈັບທ້ອງແທ້ (ປູດ) ໂອ້ຍ! ກັ້ນບໍ່ໄຫວແລ້ວ!!!! 
ນ້ອຍ: ອີ່ພໍ່ ! ລູກກະບໍ່ໄຫວແລ້ວ (ສຽງໄຫ້ຄ່ອຍໆປົນສຽງເວົ້າ)
ແມ່: ເຈົ້າເປັນຫຍັງຫລາຍບໍ່ອ້າຍ?…..ຄືວ່າມາຮ້ອງເຈັບປວດແທ້ ນ້ອຍ! ເອີຍນ້ອຍ    ລູກເດ ອົດໄດ້ບໍ່?
ນ້ອຍ: ແມ່ ລູກທ່ຽວເຂົ້າຫ້ອງນໍ້າຫລາຍເທື່ອແລ້ວ ຈົນຊິບໍ່ໄຫວ ດຽວນີລູກບໍ່ມີແຮງແລ້ວ ເອີ! ເຈັບມາອີກແລ້ວແມ່! ມັນ ບິດມາອີກແລ້ວ(ທັງ
ເຈັບທັງໄຫ້)
ພໍ່: ຂ້ອຍກະບໍ່ໄຫວຄືກັນເມຍເອີຍ
ແມ່: ແລ້ວຈະເຮັດແນວໃດ? ອົດເອົາກ່ອນເນາະ ນ້ອຍຄືກັນ!!!ລູກອົດເອົາກ່ອນເດີ ອີກຈັກຫນ້ອຍກໍເຊົ້າແລ້ວດຽວແມ່ຊິພາເຈົ້!ໄປໂຮງຫມໍ!ຟ້າເອີຍ!!! ປານໃດນໍ້......
ໄກ່ຈະຂັນ?     ໄກ່ເອີຍຂັນໄວໆແດ່!!!
ດົນຕີ..........ໄກ່ຂັນ

ສາກທີ4

ແມ່ : ທ່ານຫມໍ ທ່ານຫມໍ!!!!!!!! ຊ່ວຍຜົວ ຊ່ວຍລູກ ຂ້ອຍແດ່
ທ່ານຫມໍ : ມາ ມາ! ພາກັນເຂົ້າມາທາງໃນກ່ອນ
ພໍ່ ແລະ ນ້ອຍ: ໂອ່ຍ ! ໂອ່ຍ! ທ່ານຫມໍ, ຊ່ວຍແດ່ທ້ອນ, ຂ້ອຍເຈັບ
ທ້ອງແຮງ
ທ່ານຫມໍ : ແມ່ນພາກັນໄປເຮັດຫຍັງມາ ຄືເຈັບທ້ອງແບບນີ້
ພໍ່:ຂ້ອຍເຈັບທ້ອງ ກັບ ລູກ ເຈັບທ້ອງຫລາຍ, ພາກັນເຂົ້າຫ້ອງນິນັບເທື່ອບໍ່ໄດ້ແລ້ວ
ທ່ານຫມໍ:ໂອ!ອາການແບບນີ້ ແມ່ນອາການ ຂອງຄົນທີ່ເປັນພະຍາດຖອກ, ເຊິ່ງ ສາເຫດມາຈາກການກິນອາຫານ, ດືື່ມນໍ້າທີເປິເປື້ອນ
ພໍ່: ທ່ານຫມໍ ຄືຊິແມ່ນຍ້ອນ ຂ້ອຍກິນນໍ້າທີເມຍຂ້ອຍຕັກມານິແຫລະ
ທ່ານຫມໍ: ແລ້ວເມຍເຈົ້າຕັກນໍ້າຢູ່ໃສມາໃຫ້ເຈົ້າກິນ
ແມ່: ຢູ່ຫ້ວຍພຸ້ນ, ທ່ານຫມໍ
ນ້ອຍ: ຮະ! ອັນນໍ້າທີເຮົາກິນກັບອີ່ພໍ່ນິໃດ, ອີ່ແມ່ຕັກມາແຕ່ຫ້ວຍພຸ້ນຫວາ(ເວົ້າແບບ
ຕົກໃຈ)
ແມ່: ແມ່ນແລ້ວ
ນ້ອຍ: ອຶມ!!!!!!!!!!ຄືວ່າ
ແມ່: ຄືວ່າຫຍັງລູກ?
ນ້ອຍ: ຄືວ່າກ່ອນຫນ້ານັ້ນ ລູກເຈັບທ້ອງແຮງ ລະລູກກະໄປຖ່າຍໃສ່ຫ້ວຍນັ້ນ
ພໍ່: ແທ້ຫວະລູກ!!!!!
ແມ່: ຈັ່ງແມ່ນເນາະ ລູກເນາະ!!!
ທ່ານຫມໍ:ນັ້ນແຫລະ!ນັ້ນແຫລະ!ເຈົ້າຮູ້ບໍ່, ສາເຫດທີພາໃຫ້ພວກເຈົ້າເຈັບທ້ອງ
ກໍ່ແມ່ນຍ້ອນນໍ້າທີ່ບໍ່ສະອາດນີ້ແຫລະ ແຖມຍັງບໍ່ຕົ້ມອີກ  ທ້າວນ້ອຍກໍ່ຄືກັນ,
ຫລານກໍ່ບໍ່ຄວນໄປຖ່າຍສະຊາຍເດີ້!ໂດຍສະເພາະແມ່ນຖ່າຍລົງນໍ້າ, ລົງຫ້ວຍຕ່າງໆ ເພາະນໍ້ານັ້ນແມ່ນຈຳເປັນຕໍ່ກັບການນຳໃຊ້ຢູ່ໃນຊີວິດປະຈຳວັນຂອງພວກເຮົາ
ຫລາຍ
ນ້ອຍ: ໂດຍ! ທ່ານຫມໍ, ຫລານບໍ່ຮູ້ຕອນນັ້ນຫລານເຈັບທ້ອງແຮງ ຫລານຂໍໂທດເດີ້
ພໍ່: ໂອ່ຍ! ນ້ອຍເອີ້ຍ, ພໍ່ວ່າມັນບໍ່ທັນລະແຫລະລູກເອີ້ຍ ເຮົາດື່ມໄປແລ້ວ
ທ່ານຫມໍ: ເທື່ອຫນ້າຢ່າຖ່າຍຊະຊາຍອີກເດີ້
ນ້ອຍ: ໂດຍ! ຫລານຊິບໍ່ເຮັດອີກ
ພໍ່: ແລະຂ້ອຍກໍ່ຊິບໍ່ກິນນໍ້າດິບອີກ
ທ່ານຫມໍ: ດຽວນິເດເຊົາເຈັບທ້ອງລະບໍ
ນ້ອຍ: ຍັງເຈັບຢູ່ຫນ້ອຍຫນຶ່ງທ່ານຫມໍ
ທ່ານຫມໍ:ຊັ້ນດຽວຫມໍຊິຂຽນຢາໃຫ້ແລ້ວໄປຮັບຢາຢູ່ພະແນກຢາພຸ້ນເດີ້ ນີ້ແມ່ນ
ແຜ່ນພັບ ການຮັກສາ-ນຳໃຊ້ນໍ້າທີສະອາດ ແລະການຮັກສາສຸຂະອະນາໄມເດີ້, ໃຫ້ພາກັນເອົາໄປອ່ານ ແລະ ປະຕິບັດຕາມ ພ້ອມທັງບອກຕໍ່ໆກັນໄປເດີ້!

( ດົນຕີ)
ຈົບ