ຢາກຮູ້ອັນໃດອີກ ເຊີນຊອກເລີຍ

31.12.54

ທວາຍເຫດປີມະໂລງ

ນີ້ເປັນກອນທີ່ຂຽນຂຶ້ນມາອ່ານເພື່ອຄວາມບັນເທີງ
ຢ່າຄິດເປັນອື່ນເດີ້..
( ສົ່ງທ້າຍປີເກົ່າ   countdown ປີໃຫມ່ 2012 )      
 ຂຽນໂດຍ: ຫມໍໂຫນ ຈຳເປັນ
·                       ປີເກົ່າ  ລາລ່ວງຜ້າຍ       ບ່າຍ-ບ່າຍລາລົງ
ປີໃຫມ່  ຫມູນມາແທນ          ຖ່າຍແຖມຕາມເລື້ອງ
ປີເກົ່າ   ຜົນງານລົ້ນ                   ປົນເປຍາກຍິ່ງ
ປີໃຫມ່  ມາຮອດແລ້ວ                  ຫົວຍີ້ມແດ່ເນີ

·                       ປີເກົ່າ  ກະຕ່າຍເຕັ້ນ          ຕູມຕື່ນປົບຕາຍ
ປີໃຫມ່ ມະໂລງງູ                       ໂດ່ງເທິງຫົວນັ້ນ
ປີເກົ່າ   ໂພຍໄພຮ້າຍ                  ທະເລຫລວງລົ້ນຝັ່ງ
ປີໃຫມ່ ( ຢ້ານວ່າ ) ນ້ຳຖ້ວມຟ້າ       ປາເຕັ້ນສວາບດາວ ພຸ້ນແລ້ວ

·                       ປີເກົ່າ  ລົດອັ່ງແຫນ້ນ         ຄຸງຂອບຄາຖະຫນົນ         
ປີໃຫມ່ ແສນສາຫັດ                    ກວ່າຫລັງຫລາຍເທົ້າ
ປີເກົ່າ   ເງິນຄຳຫ້ຽນ                   ຫາຍຫົວຈາງຫລ່າ
ປີໃຫມ່  ນາຍຕື່ມໃຫ້                    ພໍກຸ້ມຄ່າເບຍ   ທໍ່ນັ້ນແລ້ວ !

·                       ປີເກົ່າ  ຫມອງຫມົ່ນເສົ້າ       ລາງເທື່ອດີໃຈ
ປີໃຫມ່ ກໍເວນຕາຍ                    ດັ່ງດຽວໂດຍດ້າມ
ປີເກົ່າ   ງາມ-ງາມແທ້                  ຂຽນຕາເສີມແຕ່ງ
ປີໃຫມ່  ຫນ້າຫ່ຽວແຫ້ງ                ເປືອງແປ້ງກວ່າຫລັງ( ອີຕົນຊາດເດ )

·                       ປີເກົ່າ  ຍາມຍ່າງຍ້າຍ                 ໄວວ່ອງປານລີງ
ປີໃຫມ່ ຕີງຄາຄຸງ                      ຈົ່ມໂອຍແລງເຊົ້າ
ປີເກົ່າ   ກາຍໃຈແຫນ້ນ                ຫັນມັງຍາມຫນຸ່ມ
ປີໃຫມ່  ຄຸມຮ່າງເຈົ້າ                    ກິນເຂົ້າເພື່ອຍືນ       ແດ່ເນີ ( ສາທຸ )

·                       ປີເກົ່າ  ວຽກໃຫຍ່-ນ້ອຍ        ລຸລ່ວງໂດຍດີ
ປີໃຫມ່  ການງານລໍ                    ອັ່ງມືຄຸງລົ້ນ
ປີເກົ່າ   " ເປີດໃຈ " ນັ້ນ                 ໂດງດັງ " ໄວຫນຸ່ມ "
ປີໃຫມ່  ແຮ່ງບໍ່ເວົ້າ                     ຄົນຍ້ອງທົ່ວເມືອງ

·                       ປີເກົ່າ  ຫລາຍເຂດແຂວງກໍ່ຕັ້ງ        ລາຍການເດັ່ນວິທະຍຸ ເຮົານັ້ນ
ປີໃຫມ່ ຍັງເບັ່ງບານເບີຍສີ             ຕື່ມເຕີມໄປຫນ້າ
ປີເກົ່າ   ເງິນຄຳຫນ້ອຍ                 ໃຈຈິງ ບໍ່ຈາງຫລ່າ
ປີໃຫມ່ ຂໍໃຫ້ເຕັມຕ່າຕຶ້ງ                ໄຫລເຂົ້າຊູ່ວັນ ແດ່ທ້ອນ                                                                                                              
·                       ປີເກົ່າ  ຫນາວແນບເນື້ອ       ລົມລ່ວງໃຈເຫງົາ
ປີໃຫມ່ ເດົາວ່າຍັງ                     ກວ່າຫລັງຫລາຍເທົ້າ
ປີເກົ່າ   ໃຜຫມອງເສົ້າ                 ງອຍຄານເຫງົາຫງ່ວມ
ປີໃຫມ່ ໃຫ້ຂ້ຽວຫາຄູ່ຊ້ອນ             ຊອນໄວ້ແດ່ເນີ ( ໄດ້ຍິນບໍ່ ? )

·                       ປີເກົ່າ ໃຜຕໍ່ຕັ້ງ                ສຸມໃສ່ການງານ
ປີໃຫມ່ ຈະເລີນດີ                      ຮຸ່ງເຮືອງໄກກ້າວ
ປີເກົ່າ   ງານຄາຄ້າງ                   ສະສາງເທທັ່ງ
ປີໃຫມ່  ຜັດອັ່ງແຫນ້ນ                  ເຕັມຕຶ້ງດັ່ງເດີມ   ກະຊ່າງມັນ

·                       ປີເກົ່າ ຫຍັບຍ່າງຍ້າຍ         ແປປ່ຽນເປັນໄປ
ປີໃຫມ່  ກໍວົນວົກ                       ດັ່ງຮອຍກວຽນຮ້າງ
ປີເກົ່າ   ແນແນມສູ້                     ດຸດັນຟັນຜ່າ
ປີໃຫມ່ ເມົາແຕ່ຄ້ານ                   ຝັນເຕື້ອງບໍ່ຈະເລີນ   ດອກນາ

·                       ປີເກົ່າ ໂຫນໄລ່ໄດ້              ຄູນສີ່ຫານສາມ
ປີໃຫມ່  ພະຍາຍາມທົນ                ຈຶ່ງດີຄູນຄ້ຳ
ປີເກົ່າ   ຢຳເຂັດແທ້                     ຄູຄາຍແຫນ້ນອັ່ງ
ປີໃຫມ່ ຄັນບໍ່ຄິ້ວ                       ຢ່າເອົາເລື້ອງຕໍ່ໂຫນ   ແທ້ເນີ.
                           (ຈົບກ່ອນເດີ້)