ຢາກຮູ້ອັນໃດອີກ ເຊີນຊອກເລີຍ

2.11.54

ສັງລວມຂ່າວກ່ຽວກັບພະຍາດໝາກແດງ


ໜັງສືພິມວຽງຈັນໃໝ່ວັນທີ 24 ຕຸລາ 2011


ກອງ​ປະ­ຊຸມ​ຄະ­ນະ​ກຳ­ມາ​ທິ​ການ​ເພື່ອ​ແມ່ ແລະ ເດັກ​ທົ່ວ​ປະ­ເທດ ຄັ້ງ​ທີ VI ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ຕຸ­ລາ 2011 ຜ່ານ​ມາ ທີ່​ສູນ​ການ​ຮ່ວມ​ມື​ສາ­ກົນ ແລະ ການ​ເຝິກ­ອົບ­ຮົມ (ຫຼັກ5) ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ເຂັມ​ແພງ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ປະ­ຈຳ​ຫ້ອງ​ວ່າ­ການ​ລັດ­ຖະ­ບານ ປະ­ທານ​ຄະ­ນະ​ກຳ­ມາ​ທິ​ການ​ເພື່ອ​ແມ່-ເດັກ​ແຫ່ງ​ຊາດ ຊຶ່ງ​ມີ​ຮອງ​ປະ­ທານ ພ້ອມ​ຄະ­ນະ​ກຳ­ມະ­ການ​ໃນ​ຄະ­ນະ​ກຳ­ມາ​ທິ​ການ​ເພື່ອ​ແມ່ ແລະ ເດັກ​ແຫ່ງ​ຊາດ ຂັ້ນ​ສູນ​ກາງ ແລະ ຂັ້ນ​ແຂວງ​ເຂົ້າ​ຮ່ວມ.

ທ່ານ​ນາງ ເຂັມ​ແພງ ພົນ​ເສ­ນາ ກ່າວ​ວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ສະ­ຫຼຸບ​ຖອດ​ຖອນ​ບົດ­ຮຽນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ຍຸດ​ທະ​ສາດ ການ­ເຄື່ອນ­ໄຫວ​ຂອງ​ວຽກ​ງານ​ແມ່ ແລະ ເດັກ ໃນ​ໄລ­ຍະ​ແຕ່​ປີ 2007-2011 ແລະ ພິ­ຈາ­ລະ­ນາ​ຜ່ານ​ຮ່າງ​ແຜນ​ຍຸດ​ທະ​ສາດ ແຕ່​ປີ 2012-2015 ເພື່ອ​ສະ­ເໜີ​ຕໍ່​ລັດ­ຖະ­ບານ​ຮັບ­ຮອງ ແລະ ປະ­ກາດ​ໃຊ້​ເປັນ​ທາງ​ການ ແລະ ກອງ​ປະ­ຊຸມ​ຄັ້ງ​ນີ້ ຈະ​ເປັນ​ການ​ເປີດ​ຂະ​ບວນ​ການ​ສັກ​ຢາ​ກັນ​ພະ­ຍາດ​ແຫ່ງ​ຊາດ ເພື່ອ​ກຳ­ຈັດ​ພະ­ຍາດ­ໝາກ­ແດງ​ນ້ອຍ-ໝາກ​ແດງ​ໃຫຍ່ ຊຶ່ງ​ພັກ-ລັດ­ຖະ­ບານ ໄດ້​ວາງ​ເປົ້າ​ລຶ­ບລ້າງ​ພະ­ຍາດ­ໝາກ­ແດງ​ໃນ​ກຸ່ມ​ເປົ້າ​ໝາຍ​ອາ­ຍຸ​ແຕ່ 9 ເດືອນ ຫາ 19 ປີ ໃນ​ປີ 2012 ນັ້ນ ຈະ​ເປັນ​ໂອ­ກາດ​ດີ​ເພື່ອ​ໄດ້​ປຶກ­ສາ​ຫາ­ລື-ກະ­ກຽມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ ວຽກ​ງານ​ດັ່ງ­ກ່າວ​ໃຫ້​ປະ­ສົບ​ຜົນ­ສຳ­ເລັດ​ຕາມ​ຄາດ­ໝາຍ 95% ທີ່​ໄດ້​ວາງ​ໄວ້.

ກອງ​ປະ­ຊຸມ​ຄັ້ງ​ນີ້ ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ທ່ານ ອາ​ຊາງ ລາວ​ລີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຊຶ່ງ​ບາງ​ຕອນ​ທ່ານ​ກ່າວ​ວ່າ: ການ​ສັກ​ຢາ​ກັນ​ພະ­ຍາດ ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ໃນ​ການ​ຫຼຸດ­ຜ່ອນ​ການ​ເຈັບ­ເປັນ ແລະ ການ​ຕາຍ​ຂອງ​ເດັກ­ນ້ອຍ ແລະ ແມ່­ຍິງ ຊຶ່ງ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ອັດ­ຕາ​ການ​ຕາຍ​ຂອງ​ເດັກ​ລຸ່ມ 5 ປີ ໄດ້​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ ເພື່ອ​ສ້າງ​ເງື່ອນ­ໄຂ ແລະ ບັນ­ລຸ​ເປົ້າ​ໝາຍ​ສະ­ຫັດ​ສະ​ວັດ ເພື່ອ​ການ​ພັດ­ທະ­ນາ​ໃນ​ປີ 2015 ລັດ­ຖະ­ບານ ແລະ ຄູ່​ຮ່ວມ​ງານ​ສາ­ກົນ ໄດ້​ວາງ​ແຜນ​ກະ­ກຽມ ເພື່ອ​ກຳ­ຈັດ​ພະ­ຍາດ­ໝາກ­ແດງ ໃນ​ປີ 2012 ໃນ​ປີ 2007 ຜ່ານ​ມາ ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ວັນ​ສັກ​ຢາ​ກັນ​ພະ­ຍາດ​ແຫ່ງ​ຊາດ ເພື່ອ​ກຳ­ຈັດ​ພະ­ຍາດ­ໝາກ­ແດງ ຄັ້ງ​ທີ 1 ຊຶ່ງ​ໄດ້​ສັກ​ເປັນ​ກຸ່ມ​ເປົ້າ​ໝາຍ ອາ­ຍຸ 9 ເດືອນ ຫາ 15 ປີ ສາ​ມາກ​ບັນ­ລຸ​ເຖິງ 96% ສະ­ເພາະ​ປີ 2011 ນີ້ ພວກ​ເຮົາ​ມີ​ແຜນ​ສັກ​ຢາ​ກັນ​ພະ­ຍາດ ໃນ​ວັນ​ສັກ​ຢາ​ກັນ​ພະ­ຍາດ​ແຫ່ງ​ຊາດ ເພື່ອ​ກຳ­ຈັດ​ພະ­ຍາດ­ໝາກ­ແດງ ຄັ້ງ​ທີ 2 ໃຫ້​ກຸ່ມ​ອາ­ຍຸ 9 ເດືອນ ຫາ 19 ປີ ໃຫ້​ໄດ້ 2,8 ລ້ານ​ຄົນ ໂດຍ​ເລັ່ງ​ໃສ່ 4 ແຂວງ​ພາກ​ໃຕ້ ໃນ​ວັນ​ທີ 1-14 ພະ­ຈິກ ແລະ 13 ແຂວງ ໃຫ້​ບັນ­ລຸ​ເຖິງ 95% ໃນ​ວັນ​ທີ 21 ທັນ­ວາ.

ໜັງສືພິມ ວຽງຈັນໃໝ່ ວັນທີ 24 ຕຸລາ 2011 - ເວລາ 13:17:48


ຄຳສັ່ງແນະນຳຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກີລາ

ເຖິງ: ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ມະ­ຫາ­ວິ­ທະ­ຍາ­ໄລ ວິ­ທະ­ຍາ­ໄລ ໂຮງ­ຮຽນ ທັງ​ພາກ​ລັດ ແລະ ເອ­ກະ​ຊົນ.


ເລື່ອງ: ກະ­ກຽມ​ຈັດ​ຕັ້ງ​ວັນ​ສັກ​ຢາ​ກັນ​ພະ­ຍາດ​ແຫ່ງ​ຊາດ ເພື່ອ​ກຳ­ຈັດ​ພະ­ຍາດ­ໝາກ­ແດງ​ໃນ​ທົ່ວ​ປະ­ເທດ ໃນ​ທ້າຍ​ປີ 2011.


- ອີງ​ຕາມ: ແຜນ​ງານ​ຂອງ​ລັດ­ຖະ­ບານ ວ່າ​ດ້ວຍ​ການ​ກຳ­ຈັດ​ພະ­ຍາດ ໝາກ​ແດງ ໃນ​ປີ 2012.
- ອີງ​ຕາມ​ຄຳ​ສັ່ງ​ແນະ­ນຳ​ຂອງ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ປະ­ທານ​ຄະ­ນະ​ກຳ­ມາ​ທິ​ການ​ເພື່ອ​ແມ່ ແລະ ເດັກ​ແຫ່ງ​ຊາດ ເລກ​ທີ 006/ຄມດຊ/11 ລົງ​ວັນ​ທີ 12 ສິງ­ຫາ 2011.
- ອີງ​ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ວຽກ​ງານ​ຕົວ​ຈິງ ໃນ​ການ​ກະ­ກຽມ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ ວສຊ ເພື່ອ​ກຳ­ຈັດ​ພະ­ຍາດ­ໝາກ­ແດງ​ໃຫ້​ມີ​ຄວາມ​ພ້ອມ​ຮອບ­ດ້ານ ແລະ ຮັບ­ປະ­ກັນ​ໃຫ້​ບັນ­ລຸ 95% ຂຶ້ນ​ໄປ.
ລັດ​ກ​ຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ອອກ​ຄຳ​ສັ່ງ​ແນະ­ນຳ​ດັ່ງ­ນີ້:
1.ໃຫ້​ບັນ­ດາ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ມະ­ຫາ­ວິ­ທະ­ຍາ­ໄລ ວິ­ທະ­ຍາ­ໄລ ໂຮງ­ຮຽນ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ກະ­ກຽມ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວັນ​ສັກ​ຢາ​ກັນ​ພະ­ຍາດ​ແຫ່ງ​ຊາດ ເພື່ອ​ກຳ­ຈັດ​ພະ­ຍາດ­ໝາກ­ແດງ ຮ່ວມ​ກັບ​ຂະ­ແໜງ​ສາ­ທາ­ລະ­ນະ​ສຸກ​ໃນ​ຂັ້ນ​ຂອງ​ຕົນ​ໃຫ້​ໜັກ​ແໜ້ນ ຮັດ­ກຸມ ລົງ​ເລິກ ແລະ ຕິດ­ຕາມ​ຢ່າງ​ໃກ້­ຊິດ.


2.ໃຫ້​ແຕ່​ລະ­ສະ​ຖາ​ບັນ​ການ​ສຶກ​ສາ​ທຸກ​ຂັ້ນ​ທີ່​ຂຶ້ນ​ກັບ​ກະ­ຊວງ​ສຶກ​ສາ​ທິ ​ການ ແລະ ກີ­ລາ ແຕ່ງ­ຕັ້ງ​ຜູ້​ປະ­ສານ​ງານ​ກັບ​ຂະ­ແໜງ​ສາ­ທາ­ລະ­ນະ​ສຸກ ເພື່ອ​ກະ­ກຽມ​ວຽກ​ງານ​ຮ່ວມ​ກັນ​ໃນ​ການ​ດຳ­ເນີນ​ວຽກ​ຕົວ​ຈິງ ເອົາ­ໃຈ­ໃສ່​ເກັບ​ກຳ​ຈຳ­ນວນ​ນັກ­ຮຽນ​ຢູ່​ໃນ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ ທັງ​ຍິງ ແລະ ຊາຍ ຜູ້​ທີ່​ມີ​ອາ­ຍຸ​ລະ­ຫວ່າງ 9 ເດືອນ ຫາ 19 ປີ ແລ້ວ​ແຈ້ງ​ໃຫ້​ແກ່​ຂະ­ແໜງ​ສາ­ທາ­ລະ­ນະ​ສຸກ​ໃນ​ຂັ້ນ​ຂອງ​ຕົນ ພ້ອມ​ທັງ​ປະ­ສານ​ສົມ­ທົບ ເພື່ອ​ກຳ­ນົດ​ວັນ​ເວ­ລາ ແລະ ສະ­ຖານ­ທີ່​ສັກ​ຢາ ພ້ອມ​ດຽວ​ກັນ​ນັ້ນ ກໍ​ເອົາ­ໃຈ­ໃສ່​ນັດ​ໝາຍ​ຜູ້​ປົກ­ຄອງ ແລະ ນັກ­ຮຽນ​ໃນ​ເກນ​ອາ­ຍຸ​ດັ່ງ­ກ່າວ​ໃຫ້​ໄດ້​ຮັບ​ການ​ສັກ​ຢາ​ກັນ​ພະ­ຍາດ​ໃຫ້​ຄົບ ​ຖ້ວນ.


3.ໃຫ້​ແຕ່​ລະ­ສະ​ຖາ​ບັນ​ການ​ສຶກ​ສາ​ທຸກ​ຂັ້ນ ອຳ­ນວຍ​ການ​ໂຮງ­ຮຽນ ຄູ-ອາ­ຈານ ນັກ­ຮຽນ ນັກ​ສຶກ​ສາ ຊ່ວຍ​ເປັນ​ກະ­ບອກ​ສຽງ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ໄປ​ຍັງ​ພໍ່​ແມ່​ປະ­ຊາ­ຊົນ​ ບັນ­ດາ­ເຜົ່າ​ໃນ​ບ້ານ​ຂອງ​ເຂົາ­ເຈົ້າ​ເອງ ຫຼື ບ້ານ​ໃກ້​ຄຽງ ເພື່ອ​ຮັບ​ຊາບ​ເຖິງ​ຄວາມ​ສຳ­ຄັນ​ຂອງ​ວັນ​ສັກ​ຢາ​ກັນ​ພະ­ຍາດ​ແຫ່ງ​ຊາດ​ຄັ້ງ​ ນີ້ ແລະ ໃຫ້​ຕິດ­ຕາມ​ການ​ນັດ​ໝາຍ​ຂອງ​ແພດ-ໝໍ ທີ່​ຈະ​ລົງ​ມາ​ສັກ​ຢາ​ຢູ່​ບ້ານ​ຂອງ​ຕົນ​ເອງ ໃຫ້​ຊ່ວຍ​ລະ­ດົມ​ປະ­ຊາ­ຊົນ​ມາ​ຮັບ​ການ​ບໍ­ລິ­ການ​ສັກ​ຢາ​ໃຫ້​ຄົບ​ທຸກ​ຖ້ວນ​ ໜ້າ ແລະ ຊ່ວຍ​ເປັນ​ເຈົ້າ​ການ​ໃນ​ການ​ຕິດ​ປ້າຍ​ໂຄ­ສະ­ນາ ແຈກ​ຢາຍ​ສື່​ໂຄ­ສະ­ນາ​ຕ່າງໆ ໃຫ້​ໄປ​ຮອດ​ໄປ​ເຖິງ​ປະ­ຊາ­ຊົນ​ທຸກ​ແຫ່ງ​ຫົນ ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ຂອງ​ຕົນ ເພື່ອ​ຈັດ​ຕັ້ງ​ເປີດ​ບັ້ນ​ຂະ​ບວນ​ການ​ໃຫ້​ຄຶກ­ຄື້ນ


4.ກຳ­ນົດ​ວັນ​ສັກ​ຢາ​ກັນ​ພະ­ຍາດ ສຳ­ລັບ 4ແຂວງ​ພາກ​ໃຕ້ ຈຳ­ປາ​ສັກ ສາ­ລະ​ວັນ ເຊ​ກອງ ແລະ ອັດ​ຕະ​ປື ຈະ​ເລີ່ມ​ແຕ່​ວັນ​ທີ 1-14 ພະ­ຈິກ ສ່ວນ 13 ແຂວງ​ທີ່​ເຫຼືອ ແມ່ນ​ໃຫ້​ເລີ່ມ​ແຕ່​ວັນ​ທີ 21 ພະ­ຈິກ ຫາ ວັນ​ທີ 6 ທັນ­ວາ ປີ 2011.


5.ໃຫ້​ບັນ­ດາ​ສະ​ຖາ​ບັນ​ການ​ສຶກ​ສາ​ທຸກ​ຂັ້ນ ທຸກ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ທີ່​ຂຶ້ນ​ກັບ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ​ໃນ​ທົ່ວ​ປະ­ເທດ ໄດ້​ຮັບ​ຄຳ​ສັ່ງ​ແນະ­ນຳ​ສະ­ບັບ​ນີ້​ແລ້ວ ຈົ່ງ​ໄດ້​ຮີບ​ຮ້ອນ​ຈັດ​ຕັ້ງ​ກະ­ກຽມ​ປະ­ສານ​ງານ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ໃນ​ການ​ປະ­ຕິ­ບັດ​ຄຳ​ສັ່ງ​ແນະ­ນຳ​ສະ­ບັບ​ນີ້ ຕາມ​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຕົນ​ຢ່າງ​ຮັດ­ກຸມ ແລະ ມີ​ນ້ຳ­ໃຈ​ຮັບ­ຜິດ­ຊອບ​ສູງ.


KPL (ຂ່າວສານປະເທດລາວ)
ຂ່າວພາຍໃນປະເທດ
ເລີ່ມເປີດຂະບວນສັກຢາກັນພະຍາດ ໝາກແດງ 01 ພະຈິກ ຫາ 06 ທັນວາ

*(ຂປລ) ການສັກຢາກັນພະຍາດ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການຫລຸດຜ່ອນການເຈັບເປັນ ແລະ ການຕາຍຂອງເດັກ ແລະ ແມ່ຍິງ, ຊຶ່ງໄດ້ສົ່ງຜົນເຮັດ ໃຫ້ອັດຕາການຕາຍຂອງເດັກລຸ່ມ 5 ປີ ຫລຸດລົງຢ່າງຕໍ່ ເນື່ອງ. ສຳລັບ ປີ 2011 ຂະບວນການສັກຢາກັນພະຍາດແຫ່ງຊາດ ເພື່ອກຳຈັດ ພະຍາດໝາກແດງ ໃນກຸ່ມອາຍຸ 09 ເດືອນ ຫາ 19 ປີ ທັງຍິງ ແລະ ຊາຍ ແມ່ນຈະໄດ້ຈັດຂຶ້ນ ແຕ່ວັນທີ 01 ພະຈິກ ຫາວັນທີ 06 ທັນວາ 2011 ໂດຍໄດ້ວາງຄາດໝາຍໄວ້ໃຫ້ບັນລຸ 95 % ຂຶ້ນໄປ.

ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ, ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກໄດ້ ກ່າວ  ວ່າ: ພະຍາດໝາກແດງ ແມ່ນສາເຫດຕົ້ນຕໍຂອງການ ຕາຍຂອງເດັກອາຍຸຕ່ຳກວ່າ 5 ປີ ໃນທົ່ວໂລກ ລວມທັງ ສປປ ລາວ. ເພື່ອຫລຸດຜ່ອນອັດຕາການເຈັບເປັນ, ການພິການ ແລະ ເສຍຊີວິດຂອງເດັກນ້ອຍຢູ່ ສປປ ລາວ, ລັດຖະບານ ພ້ອມດ້ວຍຄູ່ຮ່ວມງານສາກົນ ຈຶ່ງມີຄວາມ ພະຍາຍາມກຳຈັດພະຍາດໝາກແດງ ເພື່ອເຮັດໃຫ້ປະເທດເຮົາປອດຈາກວົງຈອນການຕິດຕໍ່ ຂອງ ພະຍາດດັ່ງກ່າວ ແລະ ກຳຈັດບໍ່ໃຫ້ມີກໍລະນີໃນປະເທດເຮົາ ເພື່ອສ້າງເງື່ອນໄຂໃຫ້ ສປປ ລາວ ສາມາດບັນລຸຄາດໝາຍສະຫັດສະວັດໃນປີ 2015 ໂດຍການ ຮ່ວມກັນວາງແຜນ ໃນການຈຳກັດ ພະຍາດໝາກແດງໃນປີ 2012 ດ້ວຍການປະຕິບັດຍຸດທະສາດຄື: ສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານສັກຢາກັນພະຍາດ ແບບປົກກະຕິ, ສ້າງຄວາມເຂັ້ມແຂງໃຫ້ແກ່ການເຝົ້າລະວັງ ພະຍາດເປົ້າໝາຍຄວບຄຸມ, ກຸ່ມເປົ້າໝາຍທຸກຄົນໄດ້ສັກຢາກັນໝາກແດງ 2 ຄັ້ງດ້ວຍ ການຈັດ ຕັ້ງໃຫ້ການສັກຢາກັນພະຍາດ ແຫ່ງຊາດ ຫລືອວັນສັກຢາກັນພະຍາດແຫ່ງຊາດ ແລະ ການສັກຢາໃນຮອບປົກກະຕິ, ປັບປຸງການປິ່ນປົວກໍລະນີພະຍາດໝາກ ແດງ ລວມທັງການໃຫ້ຢາວິຕາມິນອາ ໃນເວລາຄົນເປັນພະຍາດໝາກແດງ. ສຳລັບກຸ່ມເປົ້າໝາຍ ການສັກຢາກັນພະຍາດດັ່ງກ່າວແມ່ນ ໃນເກນອາຍຸ 9 ເດືອນ ຫາ 19 ປີ, ທັງຍິງ ແລະ ຊາຍ ຢູ່ທຸກບ້ານ, ທຸກເມືອງ ແລະ ທຸກແຂວງໃນຂອບທົ່ວປະເທດ ນັບທັງຄົນລາວ ແລະ ຊາວຕ່າງດ້າວທີ່ອາໃສ່ຢູ່ ສປປ ລາວ ລວມທັງ ໝົດປະມານ 2.800.000 ຄົນ ໂດຍຈະໄດ້ຈັດຕັ້ງປະຕິບັດເປັນ 2 ໄລຍະ ຄື: ໄລຍະທີ 1 ລະຫວ່າງວັນທີ 01-14 ພະຈິກ 2011 ປະຕິບັດຢູ່ 4 ແຂວງພາກໃຕ້, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື ແລະ ໄລຍະທີ 2 ລະຫວ່າງວັນທີ 21 ພະຈິກ ຫາ 06 ທັນວາ 2011ແມ່ນປະຕິບັດຢູ່ 13 ແຂວງທີ່ຍັງເຫລືອ.

ໃນ ສປປ ລາວ ການສັກຢາ ແລະ ຢອດຢາກັນພະຍາດແມ່ນມີຄວາມສຳຄັນ ສຳລັບແມ່ຍິງ ແລະ ເດັກນ້ອຍ ເພື່ອປ້ອງກັນພະຍາດທີ່ອັນຕະລາຍ 8 ຊະນິດຄື: ກັນພະຍາດອັກເສບຕັບ B(ມະເຮັງຕັບ), ວັນນະໂລກ, ໂປລີໂອ, ຄໍຕີບ, ໄອໄກ່, ບາດທະຍັກ, ໝາກແດງ ແລະ ກັນສະໝອງ ແລະ ປອດອັກເສບ./

ໜັງສືພິມປະຊາຊົນ


ຮ່ວມແຮງຮ່ວມໃຈກັນເຮັດໃຫ້ ສປປ ລາວ ປອດຈາກ
ພະຍາດໝາກແດງ ໃນປີ 2012

ພັກ-ລັດຖະບານ​ເວລາໃດ​ກໍ່​ເປັນ​ຫ່ວງ​ເປັນ​ໄຍຕໍ່ສຸຂະພາບຂອງ​ພໍ່​ແມ່​ປະຊາຊົນ​ລາວ​ເຮັດ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ​ມີ​ສຸຂະພາບ​ແຂງ​ແຮງ, ມີອະນ​າຄົດ​ທີ່​ສົດ​ໃສ​ຢູ່​ໃນ​ກອງປະຊຸມໃຫຍ່​ຄັ້ງທີ IX ຂອງ​ພັກປະຊາຊົນ ປະຕິວັດ​ລາວ​ກໍ່​ໄດ້ເວົ້າແຈ້ງວ່າ: “ສ້າງ​ຄົນ​ລາວ​ໃຫ້ມີ​ຄວາມ​ເຂັ້ມ​ແຂງ​ທາງ​ຮ່າງກາຍ ​ແລະ ມີ​ພະ​ລາ​ນາ​ໄມ​ສົມບູນດ້ວຍ​ການປະຕິບັດ​ນ​ະ​ໂຍບາຍ​ສາທາລະນະ​ສຸກ​ຕາມ​ທິດຖື​ເອົາ​ການ​ກັນພະຍາດ​ສົ່ງ​ເສີມສຸຂະ​ພາບ​ເປັນຕົ້ນ​ຕໍ ​ແລະ ຖື​​ເອົາ​ການ​ປິ່ນປົວ​ທີ່​ມີ​ຄຸນ​ນະພາ​ບ ​ແລະ ສະຫນອງ​ການ​ບໍລິ​ການ​ດ້ານ​ສາທາລະນະ​
ສຸກຢ່າງ​ທົ່ວ​ເຖິງ​ເປັນ​ສຳຄັນ, ປະຕິບັດ​ລະບອບ​ປິ່ນປົວ​ບໍ່​ເສຍ​ຄ່າຕໍ່​ເປົ້າ​ຫມາຍ​ທີ່​ທຸກ​ຍາກ​ຂາດເຂີນ ​ແລະ ດ້ອຍ​ໂອກາດ”. ​ເພື່ອ​ເປັນ​ການ​ຜັນ​ຂະຫຍາຍມະຕິ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ ​ແລະ ການ​ປະຕິ​ບັດ​ແຜນ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ເບິ່ງ​ແຍງ​ສຸຂະ​ພາບ​ຂອງ​ແມ່ ​ແລະ ​ເດັກໃຫ້​ປະກົດ​ຜົນ​ເປັນ​ຈິງ​, ດັ່ງນັ້ນກະຊວງ​ສາທາ​ລະນະ​ສຸກຈຶ່ງໄດ້​ກະກຽມ​ການ​ສັກ​ຢາ​ປ້ອງກັນ​ພະຍາດຫມາກ​ແດງ​ໃຫ້​ແກ່ລູກ​ຫລານຂອງ​ພໍ່​ແມ່​ປະຊາຊົນບັນດາ​ເຜົ່າ​ໃນ​ຂອບ​ເຂດ​ທົ່ວປະ​ເທດ​ໂດຍ​ກຳນົດ​ເອົາ​ເປົ້າຫມາຍ​ແຕ່​ອາຍຸ 9 ​ເດືອນຫາ
19 ປີ (ທັງ​ຍິງ ​ແລະ ຊາຍ) ​ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ສັກ​ຢາກັນ​ພະຍາດຫມາກ​ແດງ​ໃຫຍ່ ​ແລະ ຫມາກ​ແດງ​ນ້ອຍ​ຕາມນະ​ໂຍບາຍ​ດັ່ງກ່າວ​ໃຫ້​ເກີດຫມາກຜົນ​ຕົວ​ຈິງ​ໃຫ້​ໄດ້ 95% ຂຶ້ນ​ໄປ.

​ໃນ​ກອງ​ປະຊຸມ​ກະກຽມໃຫ້​ແກ່​ວັນ​ສັກ​ຢາ​ກັນ​ພະຍາດຫມາກ​ແດງຄັ້ງວັນ​ທີ 9/10/ 2011 ທີ່​ກະຊວງສາທາລະນະສຸກຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ80 ກ່ວາທ່ານ, ທ່ານ ດຣ. ອານົນ ​ເຊືອດ​ວົງ​ສາ ຫົວຫນ້າ​ໂຄງການ​ສັກຢາ​ກັນ​ພະຍາດ​ແຫ່ງ​ຊາດ​ໄດ້​ຊີ້​ແຈງ​ເຖິງ​ການ​ເກີດຂຶ້ນ ​ແລະ ຄວາມ​ເປັນ​ອັນຕະລາຍຂອງ​ພະຍາດຫມາກ​ແດງ​ໃຫຍ່ ​ແລະ ຫມາກ​ແດ​ງນ້ອຍ ວ່າ: ພະຍາດຫມາກ​ແດງ​ເກີດມາ​ຈາກ​ພະຍາດ​ຈຸລະ​ໂຣກ(​ໄວຣັດ), ພະຍາດຫມາ​ກ​ແດງໃຫຍ່​ແມ່ນ​ພະຍາດ​ທີ່​ຕິດຕໍ່​ໄດ້ງ່າຍ​ລະຫວ່າງ​ຄົນ​ກັບ​ຄົນ​ດ້ວຍການ​ໄອ​ຈາມ, ສຳຜັດ, ຫລື ​ໃຊ້​ສິ່ງ​ຂອງ​ຮ່ວມ​ກັນ​ເຊັ່ນ: ຜ້າ ແພ​ເຊັດ​ຫນ້າ, ​ເຄື່ອງ​ນຸ່ງ​ຫົ່ມຕ່າງໆ..., ຖ້າ​ເປັນ​ພະຍາດ​ດັ່ງກ່າວ​ຈະ​ມີ​ອາການ​ໄຂ້​ສູງ, ​ໄອຮຸນ​ແຮງ, ຂີ້ມູກ​ຍ້ອຍ, ຕາ​ແດງ,ອອກ​ຕຸ່ມ​ຜື່ນ​ແດງ​ຕາມ​ຕົນ​ຕົວພາຍ​ໃນ 3-7 ວັນ, ຖ້າ​ບໍ່​ໄດ້​ຮັບການ​ປິ່ນປົວ​ຈະ​ພາ​ໃຫ້​ມີ​ອາການ​ສົນ​ເຊັ່ນ: ປອດ​ບວມ, ຖອກທ້ອງ​ຮຸນ​ແຮງ​ແລະ ພາ​ໃຫ້ເສຍ​ຊີວິດ​ຢ່າງ​ໄວວາ. ສ່ວນພະຍາດຫມາກ​ແດງ​ນ້ອຍ​​ແມ່ນ​ມີ​ເສັ້ນທາງ​ຕິດຕໍ່ ​ແລະ ອາການຄ້າຍ​ຄື​ກັບ​ພະຍາດຫມາກ​ແດງ
​ໃຫຍ່​ເຊັ່ນ: ​ໄຂ້, ​ໄອ, ຈາມ, ຂີ້ມູກ​ຍ້ອຍ ​ແລະ ມີຜື່ນ​ແດງ​ທົ່ວ​ຕົນ​ຕົວ​ໃນ 3-7 ວັນ. ຖ້າ​ຫາກ​ແມ່ຍິງ​ຖືພາ​ຕິດພະຍາດ​ດັ່ງກ່າວ​ນີ້ຈະ​ມີ​ຜົນ​ສະທ້ອນ​ແກ່​​ເດັກ​ໃນ​ທ້ອງ​ຢ່າງ​ຮ້າຍ​ແຮງ​ເຮັດ​ໃຫ້​ລຸ​ລູກ ຫລື ​ເດັກ​ເກີດ​ມາ​ເປັນ​ພິການ​ມາ​ແຕ່ກຳ​ເນີ​ດ​ເຊັ່ນ: ຫູຫນວກ, ຕາບອດ, ປາກ​ແວ່ງ​ແລະ ​ເພດານ​ໂຫວ່​​ເຫລົ່ານີ້​ເປັນຕົ້ນ. ພະຍາດຫມາກ​ແດງ​ນີ້​ເປັນຫລາຍ​ໃນ​ກຸ່ມ​ອາຍຸ 9 ​ເດືອນ ຫາ 19 ປີ. ທ່ານ​ຍັງ​ໃຫ້​ຮູ້​ອີກວ່າພະຍາດຫມາກ​ແດງ​ຍັງ​ບໍ່ມີ​ຢາ​ຊະນິດ​ໃດ​ທີ່ຈະ​ຂ້າພະຍາດ​ນີ້​ໄດ້ຖ້າ​ມັນ​ເກີດ​ຂຶ້ນ​ແລ້ວ​ກໍ່​ມີ​ແຕ່​ປິ່ນປົ​ວຕາມ​ອາການ​​ເຫລົ່ານັ້ນແຕ່​ຖ້າ​ຫາກວ່າຜູ້​ໃດ​ກໍ່ຕາມ​ຫາກ​ໄດ້​ຮັບ​ການສັກຢາ​ກັນ​ພະຍາດຫມາກ​ແດງຄົບ 2 ​ເຂັມ​ແລ້ວ, ຈະ​ມີ​ພູມ​ຄຸ້ມກັນ​ຫລີກ​ເວັ້ນຈາກ​ຄວາມ​ເປັນອັນຕະລາຍ​ຈາກ​ພະຍາດ​ນີ້​ໄດ້ຕະຫລອດ​ຊີວິດ. ທ່ານ​ຫົວໜ້າໂຄງການ​ສັກ​ຢາ​ກັນ​ພະຍາດ​ແຫ່ງ​ຊາດ​ຍັງ​ໄດ້​ໃຫ້​ຮູ້​ກ່ຽວ​ກັບຈຸດປະສົງ​ຂອງ​ການ​ສັກ​ຢາ​ກັນພະຍາດ​ແຫ່ງ​ຊາດເພື່ອ​ກຳຈັດ 2 ພະຍາດຫມາກ​ແດງ​ໃຫຍ່ ​ແລະ ຫມາ​ແດງ​ນ້ອຍ​ໃນ​ຄັ້ງນີ້ວ່າ:

1. ​ເພື່ອ​ໃຫ້ 36 ປະ​ເທດ​ໃນ​ພາກພື້ນປາຊີ​ຟິກຕາ​ເວັນຕົກ​ປອດ​ຈາກ​ພະຍາດຫມາກ​ແດງ​ໃນ​ປີ 2012 ​ເຊິ່ງລັດຖະບານ​ຂອງ​ທຸກ​ປະ​ເທດ​ໄດ້​ຮັບຮອງ​ເອົາ​ແລ້ວ​ໃນ​ປີ 2006.

2. ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ເຮົາ​ປອດ​ຈາກ​ວົງ​ຈອນ​ການຕິດຕໍ່​ຂອງ​ພະຍາດ​ນີ້ ​ແລະ ກຳຈັດບໍ່​ໃຫ້​ມີ​ກໍລະນີ​ພະຍາດຫມາກ​ແດງ​ໃນ ສປປ ລາວ.

3.​ເພື່ອ​ຫລຸດຜ່ອນອັດຕາການເຈັບ​ເປັນ, ພິການ ​ແລະ ເສຍ​ຊີວິດ​ຂອງ​ແມ່ຍິງ ​ແລະ ເດັກນ້ອຍຍ້ອນ​ພະຍາດ​ດັ່ງກ່າວ.

4. ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ ສປປ ລາວ ບັນລຸ​ຄາດຫມາຍສະຫັດ​ສະ​ວັດໃນ​ປີ 2015.ດັ່ງນັ້ນຈຶ່ງ​ເຊີນ​ຊວນ ​ແລະ ຮຽກຮ້ອງ​​ໃຫ້​ພໍ່​ແມ່​ປະຊາຊົນທຸກ​ທົ່ວ​ໜ້າ​ໃນ​ທົ່ວ​ປະ​ເທດ​ຈົ່ງນຳພາ​ລູກ​ຫລານ​ຂອງ​ທ່ານ​ແຕ່​ອາຍຸ 9 ​ເດືອນ​ຫາ 19 ປີມາຮັບ​ການ​ສັກ​ຢາ​ກັນ​ພະຍາດ (ທັງ​ຍິງ ​ແລະ ຊາຍ) ​ໄປ​ຮັບການ​ບໍລິການ​ສັກ​ຢາ​ກັນ​ພະຍາດ​ຫມາ​ກ​ແດງ​ໃຫຍ່ ​ແລະ ຫມາກ​ແດງ​ນ້ອຍ​ຢູ່​ສະຖານ​ທີ່ສັກ​ຢາ​ກັນ​ພະຍາດ​ຢູ່​ໃນ​ບ້ານຂອງ​ທ່ານໂດ​ຍບໍ່​ເສຍ​ຄ່າ (ສັກລ້າ). ສຳລັບ​ການຈັດຕັ້ງປະຕິບັດ​ຈະ​ໄດ້​ແບ່ງ​ອອກ​ເປັນ 2 ​ໄລຍະ​ຄື: ​ໄລຍະ​ທີ 1 ​ລະຫວ່າງ​ວັນ​ທີ 1-14 ​ເດືອນພະຈິກ ປີ 2011, ປະຕິບັດ​ໃນ 4 ​ແຂວງ​ພາກ​ໃຕ້​ປະກອບ​ມີ: ​ແຂວງ​ສາລະ​ວັນ, ​ເຊ​ກອງ, ຈຳປາ​ສັກ ​ແລະ ອັດ​ຕະປື. ​ໄລຍະທີ 2 ລະຫວ່າງວັນ​ທີ 21 ພະຈິກຫາວັນ​ທີ 06 ທັນວາ 2011​ແມ່ນ​ປະຕິບັດ​ຢູ່ 13 ​ແຂວງ​ທີ່ຍັງ​ເຫລືອ.