ຢາກຮູ້ອັນໃດອີກ ເຊີນຊອກເລີຍ

2.5.57

ບໍ່ໄດ້ພົບກັນດົນ ທຸກຄົນຍັງສະບາຍດີ....


ທີມງານສ່ວນສູນກາງໄດ້ໄປຊ່ວຍເຫລືອທີມງານວິທະຍຸໄວໜຸ່ມທີ່ແຂວງຫວົພັນ ແລະ ແຂວງວຽງຈັນ ເຊິ່ງເປັນແຂວງທີ່ທີມງານມີຄວາມຫ້າວຫັນຄືກັບຫລາຍໆແຂວງໃນການເຄື່ອນໄຫວກິດຈະກຳຂອງຕົນເອງ...
 ທີມງານວິທະຍຸໄວໜຸ່ມ ແຂວງຫົວພັນ ນັ້ນ ເຂົາເຈົ້າບໍ່ໄດ້ຜລິດລສຍການວິທະຍຸ “ເປີດໃຈໄວໜຸ່ມ” ພຽງຢ່າງດຽວ ແຕ່ໄດ້ຜລິດລາຍການໂທລະພາບ “ເປີດໃຈໄວໜຸ່ມ” ນຳອີກ ເຊິ່ງຖືວ່າເປັນທີມງານທີ່ມີຄວາມຂະຫຍັງ ແລະ ມີຄວາມກະຕືລືລົ້ນເປັນພິເສດ.

 ມີຄຳຖາມ, ຄວາມສົນໃຈຢ່າງຫລວງຫລາຍຈາກທີມງານ ໃນການຕິດຕາມຊ່ວຍເຫລືອຄັ້ງນີ້ ເພາະທີມງານສ່ວນຫລາຍ ແມ່ນເປັນຄົນໃໝ່ ທີ່ຍັງບໍ່ໄດ້ຜ່ານການອົບຮົມເປັນລະບົບ. ມີທີມງານຫລຸ້ນເກົ່າບໍ່ພໍເທົ່າໃດຄົນ ທີ່ເຄີຍຜ່ານການອົບຮົມເປັນລະບົບ ຍ້ອນພວກເຂົາຈຳຕ້ອງໄດ້ວາງມືຈາກການເປັນນັກຈັດລາຍການໄປແລ້ວ ຍ້ອນຕ້ອງໄດ້ໄປຮຽນຕໍ່ຢູ່ຕ່າງແຂວງ ແລະ ຕ່າງປະເທດ.
ບັນຫາທີ່ໄດ້ຮັບຄວາມສົນໃຈຫລາຍທີ່ແຂວງຫົວພັນກໍມີ: 
o   ການຕັດຕໍ່ລາຍການວິທະຍຸ ແລະ ໂທລະພາບ ຄວນເຮັດແນວໃດ ແລະ ໃຊ້ໂປຣແກມໃດຈຶ່ງດີ
o   ການເວົ້າ ແລະ ການວາງໂຕສຳລັບພິທີກອນໂທລະພາບ
o   ການກຳນົດສາກຫລັງ ແລະ ການກຳນົດຄຸນນະພາບຂອງພາບວີດີໂອ
o   ວິທີການແກ້ເຂີນ ແລະ ບໍ່ໃຫ້ອາຍ
o   ວິທີອອກສຽງໃນການອ່ານສະປອດ, ການສະແດງລະຄອນ ຕ້ອງເຮັດແນວໃດ
o   ການຈັດລາຍການອອກອາກາດສົດ ຕ່າງກັບການອັດຄືແນວໃດແດ່
o   ບັນຫາ, ຫົວຂໍ້ທີ່ລາຍການເປີດໃຈໄວໜຸ່ມຄວນມີຫຍັງແດ່
ການລົງຕິດຕາມຊ່ວຍເຫລືອທີມງານທີ່ແຂວງຫົວພັນ ແລະ ແຂວງວຽງຈັນ ເວລາສ່ວນໃຫຍ່ທີ່ສູນເສຍໄປ ແມ່ນຍ້ອນການເດີນທາງ(ຜ່ານພູເຂົາ, ສາຍຝົນ ແລະ ອາກາດເຢັນສົດຊື່ນ) ເພາະມັນຢູ່ຫ່າງໄກກັນ ແຕ່ຄວາມຫ່າງໄກບໍ່ໄດ້ເປັນອຸປະສັກກີດກັ້ນພວກເຮົາໄດ້.
 ທີມງານວິທະຍຸແຂວງວຽງຈັນ ເປັນທີມງານທີ່ມີຄວາມຫ້າວຫັນຫລາຍໃນການຜລິດລາຍການ.
ພວກເຮົາຕ້ອງຈັດລາຍການອອກອາກາດສົດ 1 ຊົ່ວໂມງ ທຸກວັນເສົາ ແລະ ເປັນທີມງານທຳອິດທີ່ມີເວລາອອກອາກາດເຖິງໜຶ່ງຊົ່ວໂມງ ແລະ ອອກອາກາດສົດ ເຊິ່ງທີມງານຫລາຍແຂວງຍັງບໍ່ສາມາດເຮັດໄດ້, ທັງເປັນທີມງານທີ່ມີການນຳໃຊ້ວິທີການແຕກຕ່າງຈາກຫລາຍແຂວງໃນການໂຄສະນາໃຫ້ຄົນຟັງມີສ່ວນຮ່ວມລາຍການດ້ວຍການໃຊ້ວິທີການ: Online(Facebook)+ OnAir ຄວບຄູ່ກັນໄປ.
 ການຕິດຕາມຊ່ວຍເຫລືອທີມງານຄັ້ງນີ້ແມ່ນ ພວກເຮົາໄດ້ແນະນຳການແຕ່ງຮູບເພື່ອໂຄສະນາຕົນເອງແບບງ່າຍໆ ດ້ວຍການນຳໃຊ້: MS PowerPoint, XuiXui 360 & Picasa
ຄວາມສົນໃຈທີ່ທີມງານຢາກຮູ້ສ່ວນໃຫຍ່ແມ່ນ:
ການແຕ່ງຮູບເຮັດແນວໃດຈຶ່ງບໍ່ໃຫ້ໜາທຶບ, ບໍ່ໜັກ, ເບິ່ງສະບາຍຕາ ແລະຈະເຮັດໃຫ້ຮູບໂລໂກທີ່ມີຢູ່ ໃຫ້ມັນສ່ອງຊອດໄດ້ແນວໃດ(ການປ່ຽນຈາກ JPEG  ເປັນ PNG=Portable network graphic format) ແລະ ອື່ນໆ
ທີມງານວິທະຍຸ-ໂທລະພາບໄວໜຸ່ມ ຈາກສູນກາງທີ່ເດີນທາງຮ່ວມກັນ ກັບຄວາມຫິວ...

(ເພີ່ມເຕີມ)
ໃນລະຫວ່າງການເດີນທາງ ພວກເຮົາໄດ້ແວ່ຢ້ຽມຢາມ ຖາມຂ່າວກັບທີມງານ ECD ແຂວງຊຽງຂວາງ ເຊິ່ງມີສ່ວນກ່ຽວພັນກັບທີມງານວິທະຍຸໄວໜຸ່ມ ໃນການໂຄສະນາວຽກງານການສຶກສາ ໃນຫົວຂໍ້ “ເດັກກ່ອນໄວຮຽນ”
 ສົນທະນາກັບທ່ານ ວິໄລພອນ ຄະນະພະແນກ ຖວທ ແຂວງຫົວພັນ ກ່ຽວກັບທີມງານ ແລະ ການດຳເນີນກິດຈະກຳ ວິທະຍຸ - ໂທລະພາບໄວໜຸ່ມ
 ສົນທະນາກັບທ່ານ ຈັນຖະໜອມ ຄະນະພະແນກ ຖວທ ແຂວງວຽງຈັນ ກ່ຽວກັບທີມງານ ແລະ ການດຳເນີນກິດຈະກຳ ວິທະຍຸໄວໜຸ່ມ

Background
With UNICE support, Lao National Radio and provincial radios have conducted youth radio since 2004. Currently youth radio is conducted in 13 provinces: Luangnamtha, Houaphan, Bokeo, Sayabury, Oudomxay, Luangprabang, Vientiane Province, Borikhamxay, Savannakhet, Champasak, Saravan and Attapeu provinces and in Vientiane capital. It is a weekly youth radio life skills program named “Open Hearts Open Airwaves.”  
 Youth radio in 13 provinces has their own email and Facebook to communicate and share information.
 Youth radio has also their own blogger:
  
Houaphan provincial youth radio was established in 2010 and young reporters are very active and motivated. They would like to set up listener group and conduct outreach activities in Viengsay district by using cultural performance and puppetry. Therefore they request for training on puppetry.

(ຂອບໃຈທີ່ຕິດຕາມ)

ไม่มีความคิดเห็น:

แสดงความคิดเห็น