ຢາກຮູ້ອັນໃດອີກ ເຊີນຊອກເລີຍ

21.11.56

ເປີດໃຈໄວໜຸ່ມ ສຸມໃສ່ການສຶກສາ ພັດທະນາເດັກ

“ ຊາດຈະເຮືອງ ເມືອງຈະຮຸ່ງ ” ຄົນທີ່ມີຄວາມຮູ້ຄວາມສາມາດເທົ່ານັ້ນທີ່ຮ່ວມກັນສ້າງ, ເຮົາຮູ້ຄົນດຽວ, ເກັ່ງຄົນດຽວ ກໍສ້າງບໍ່ໄຫວດອກ.... ດັ່ງນັ້ນ ຊ່ວຍກັນເດີພີ່ນ້ອງ...

ມື້ວັນທີ່ 20/11/2013 ທີມງານ ເປີດໃຈໄວຫນຸ່ມ ໄດ້ໄປລົງ ເຮັດກິດຈະກຳສ້າງຄວາມມ່ວນຊື່ນ ແລະ ລະດົມທຶນກັບນ້ອງໆຢູ່ໂຮງຮຽນມັດທະຍົມຕົ້ນບ້ານສີໄຄ ເຊິ່ງ ນ້ອງນັກຮຽນ ແລະ ຄູອາຈານ ແມ່ນໃຫ້ຄວາມຮ່ວມ ມືດີຫຼາຍໆ ພ້ອມທັງ ບໍລິຈາກ ອຸປະກອນການຮຽນ ແລະ ເງິນນສົດ ເປັນມູນຄ່າ 525,000 ກີບ (ຫ້າແສນສອງໝື່ນຫ້າພັນກີບ) ພ້ອມນັ້ນ ທີມງານເຮົາຍັງ ໄດ້ມີການຫລີ້ນເກມ ແຈກຂອງຂັວນ ລາງວັນຈາກລາຍການພວກເຮົານຳອີກ... ຂໍຊົມເຊີຍ ຄູອາຈານ ແລະ ນ້ອງນັກຮຽນໂຮງຮຽນມັດທະຍົມຕົ້ນສີໄຄ ຂໍ like ຊົມເຊີຍຮ່ວມກັນເດີ້...



ພວກນ້ອງໆເລົ່ານີ້ ປະຫຍັດເງິນຄ່າເຂົ້າໜົມ ພຽງໜຶ່ງວັນ ມາຮ່ວມບໍລິຈາກເພື່ອຝາກພວກ ເຮົາໄປຊື້: ປຶ້ມຂຽນ, ຕຳລາຮຽນ, ບິກ, ສໍ....ແກ່ເພື່ອນນັກຮຽນຂາດເຂີນກ່ວາ....ໂດຍສະເພາະ ສາມບ້ານ ທີ່ຢູ່ເມືອງເຟືອງ ແຂວງວຽງຈັນ...ຂອບໃຈຫລາຍໆ...


ຂອບໃຈທີ່ມີສ່ວນຮ່ວມ ແລະ ຕິດຕາມການເຄື່ອນໄຫວຂອງພວກເຮົາ
(ຍັງຈະມີຕໍ່ຢູ່ເດີ້)

ไม่มีความคิดเห็น:

แสดงความคิดเห็น